ປະທານລັດຖະພາອີຣານກ່າວວ່າ:ການເຈລະຈາກ່ຽວກັບບັນຫານິວເຄຼຍອີຣານຕ້ອງສ້າງຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ອີຣານຢ່າງແທ້ຈິງ

2022-04-11 15:50:37 CRI


 

ວັນທີ 10 ເມສານີ້, ທ່ານມູຮາເມັດ ບາເຮີ ກາລີບາຟ ປະທານລັດຖະສະພາອີຣານໄດ້ກ່າວຄຳປາໄສໃນກອງປະຊຸມລັດຖະສະພາ ໂດຍກ່າວວ່າ, ການເຈລະຈາກ່ຽວກັບບັນຫານິວເຄຼຍອີຣານຕ້ອງສ້າງຜົນປະໂຫຍດດ້ານເສດຖະກິດທີ່ມີຄວາມຮັບປະກັນໄດ້ແບບຍືນຍົງ ແລະ ເປັນຮູບປະທຳໃຫ້ແກ່ອີຣານ. ນອກນີ້, ທ່ານກ່າວເນັ້ນວ່າ, ການທີ່ລັດຖະສະພາໄດ້ຮັບຮອງເອົາ “ກົດໝາຍວ່າດ້ວຍຍຸດທະສາດຕ້ານການລົງໂທດ” ໄດ້ທັບມ້າງຂີດຈຳກັດດ້ານເຕັກນິກທີ່ມີຕໍ່ອີຣານ ແລະ ໄດ້ທຳລາຍສິ່ງຂັດຂວາງໃນການພັດທະນາອຸດສາຫະກຳນິວເຄຼຍຂອງອີຣານ.


 

ທ່ານກາລີບາຟຍັງກ່າວວ່າທ່ານ ຫວັງໃຫ້ເຕັກນິກນິວເຄຼຍ ແລະ ການເຈລະຈາຢູ່ນະຄອນຫຼວງວຽນກ່ຽວກັບສັນຍານິວເຄຼຍອີຣານສາມາດຕອບຕຕອບ ຕອບຕອບສະໜອງກັບຜົນປະໂຫຍດດ້ານເສດຖະກິດແຫ່ງຊາດອີຣານໄດ້.