ນາໂຕຈະຈັດວາງກຳລັງທະຫານຢ່າງຖາວອນຢູ່ເຂດຊາຍແດນທາງດ້ານຕາເວັນອອກ

2022-04-11 17:08:00 cri

   ໃນເວລາໃຫ້ສຳພາດຕໍ່ສື່ມວນຊົນອັງກິດ ທ່ານ ເຢນ ສະໂຕເທັນເບີກ ເລຂາທິການໃຫຍ່ອົງການນາໂຕກ່າວວ່າ: ນາໂຕມີແຜນຈະຈັດວາງກຳລັງທະຫານຢ່າງຖາວອນຢູ່ລຽບຊາຍແດນທາງດ້ານຕາເວັນອອກຂອງນາໂຕ.

ວັນທີ9ເມສານີ້ ໜັງສືພິມ The Daily Telegraph ຂອງອັງກິດໄດ້ນຳເອົາຄວາມເວົ້າຂອງທ່ານ ເຢນ ສະໂຕເທັນເບີກມາລາຍງານວ່າ: ນາໂຕຈະຈັດກອງປະຊຸມສຸດຍອດຢູ່ມາຣິດ ປະເທດແອສປາຍໃນເດືອນມິຖຸນາປີນີ້ ເພື່ອປຶກສາຫາລືນະໂຍບາຍທີ່ກ່ຽວຂ້ອງ. ໜັງສືພິມ The Daily Telegraph ລາຍງານວ່າ: ນາໂຕມີແຜນຈະໃຊ້ປະເທດເອີລົບຕາເວັນອອກ ເຊັ່ນ: ແອສໂຕນີ, ລັດເວຍ, ລີຕົວນີ ແລະໂປໂລຍເປັນຕົ້ນໃຫ້ເປັນກຳລັງຕົ້ນຕໍໃນການຕ້ານການຮຸກຮານຈາກຣັດເຊຍ.

   ພາຍໃຕ້ການຊີ້ນຳຕົ້ນຕໍຈາກອາເມຣິກາ,ຕັ້ງແຕ່ປີ1999ເປັນຕົ້ນມາ ນາໂຕໄດ້ທຳການຂະຫຍາຍຈຳນວນສະມາຊິກ5ເທື່ອ,ປະເທດສະມາຊິກຈາກ16ປະເທດເພີ່ມຂຶ້ນເປັນ30ປະເທດ,ໄດ້ຂະຫຍາຍໄປສູ່ທິດຕາເວັນອອກ1.000ກວ່າກິໂລແມັດ ຈົນຮອດຊາຍແດນຣັດເຊຍ ເຊິ່ງໄດ້ແຕະຕ້ອງເສັ້ນຫ້າມຂອງປະເທດຣັດເຊຍ.