ເສດຖະກິດອູແກຣນໃນປີນີ້ຈະຕົກຕ່ຳລົງ45,1%

2022-04-11 17:03:18 cri



ໃນວັນທີ10ເມສານີ້ຕາມເວລາທ້ອງຖິ່ນ,ທະນາຄານໂລກໄດ້ປະກາດບົດລາຍງານການຄາດຄະເນເສດຖະກິດໄລຍະໃໝ່ໂດຍສະແດງໃຫ້ເຫັນວ່າ: ເສດຖະກິດອູແກຣນໃນປີນີ້ຈະຕົກຕ່ຳລົງ45,1% ເຊິ່ງຕ່ຳກວ່າລະດັບ 10-35% ທີ່ອົງການກອງທຶນເງິນຕາສາກົນຄາດໄວ້ໃນເດືອນທີ່ແລ້ວ. ນອກຈາກນີ້ ບົດລາຍງານດັ່ງກ່າວຍັງຄາດຄະເນວ່າ ເສດຖະກິດຣັດເຊຍໃນປີນີ້ຈະຕົກຕ່ຳລົງ11,2%.

   ບົດລາຍງານຂອງທະນາຄານໂລກໄດ້ລະບຸວ່າ: ການສູ້ຮົບກັນລະຫວ່າງຣັດເຊຍ-ອູແກຣນໄດ້ເພີ່ມຄວາມວິຕົກກັງວົນກ່ຽວກັບໄພເງິນເຟີ້ແລະລະດັບຄວາມທຸກຍາກໃຫ້ກັບປະຊາຊົນເພີ່ມຂຶ້ນ,ເຊິ່ງລວມທັງຕະຫຼາດສິນຄ້າຂະໜາດໃຫຍ່ທົ່ວໂລກ,ຕະຫຼາດການທະນາຄານ ແລະການຄ້າສາກົນເປັນຕົ້ນລ້ວນແຕ່ໄດ້ຮັບຜົນກະທົບ.