ຈີນປະກາດ“ຄຳເຫັນຊີ້ນຳກ່ຽວກັບການເລັ່ງສ້າງຕະຫຼາດພາຍໃນໃຫ້ເປັນເອກະພາບກັນ”

2022-04-11 17:11:47 cri

ວັນທີ10ເມສານີ້,ສູນກາງພັກກອມມູນິດຈີນ,ລັດຖະບານຈີນໄດ້ປະກາດ“ຄຳເຫັນຊີ້ນຳກ່ຽວກັບການເລັ່ງສ້າງຕະຫຼາດພາຍໃນໃຫ້ເປັນເອກະພາບກັນ”,ເຊິ່ງໄດ້ສະໜອງໂຄງການເຄື່ອນໄຫວທີ່ພົວພັນເຖິງພາກສ່ວນລວມແລະເປັນລັກສະນະຍຸດທະສາດໃຫ້ແກ່ປະເທດຈີນໃນການ ສ້າງຕະຫຼາດພາຍໃນທີ່ເປັນເອກະພາບກັນໃນໄລຍະໜຶ່ງຂ້າງໜ້າ.

   “ຄຳເຫັນຊີ້ນຳ”ດັ່ງກ່າວໄດ້ສະເໜີເປົ້າໝາຍຕົ້ນຕໍຂອງການສ້າງຕະຫຼາດພາຍທີ່ໃຫ້ເປັນເອກະພາບກັນ,ຄືວ່າ: ຊຸກຍູ້ການຂະຫຍາຍຕະຫຼາດພາຍໃນຢ່າງມີປະສິດທິພາບສູງ,ຄ່ອງຕົວ ແລະມີຂະໜາດໃຫຍ່ຢ່າງຕໍ່ເນື່ອງ, ເລັ່ງສ້າງສະພາບແວດລ້ອມທຸລະກິດທີ່ໝັ້ນທ່ຽງ,ຍຸຕິທຳ,ໂປ່ງໃສແລະຄາດຄະເນໄດ້, ຫຼຸດຕົ້ນທຶນການຄ້າຂາຍຂອງຕະຫຼາດໃຫ້ໜ້ອຍລົງຕື່ມອີກ, ຊຸກຍູ້ການປະດິດສ້າງດ້ານວິທະຍາສາດເຕັກນິກແລະການຍົກລະດັບດ້ານອຸດສາຫະກຳ, ສ້າງທ່າແຮງໃໝ່ໃນການເຂົ້າຮ່ວມການແກ່ງແຍ່ງແຂ່ງຂັນແລະການຮ່ວມມືສາກົນ.