ສື່ມວນຊົນສະຫະລັດອາຣັບເອມີເຣດກ່າວວ່າ:ໂລກຍັງບໍ່ຄວນຜ່ອນຄາຍຄວາມລະມັດລະວັງໂຄວິດ-19

2022-04-11 15:37:56 CRI

 

ວັນທີ 10 ເມສານີ້, “ໜັງສືພິມຂ່າວອ່າວເປີເຊຍ” ເຊິ່ງເປັນໜັງສືພິມພາສາອັງກິດທີ່ພິມຈຳໜ່າຍຫຼາຍທີ່ສຸດຢູ່ສະຫະລັດອາຣັບເອມີເຣດໄດ້ພິມບົດຄວາມທີ່ພາດຫົວຂໍ້ວ່າ“ໂລກຍັງບໍ່ຄວນຜ່ອນຄາຍຄວາມລະມັດລະວັງໂຄວິດ-19” ບົດຄວາມໄດ້ລະບຸວ່າ:ລັດຖະບານປະເທດຕ່າງໆຄວນສະໜອງວັກຊິນພະຍາດໂຄວິດ-19ເຂັ້ມກະຕຸ້ນພູມຕ້ານທານໃຫ້ແກ່ໝົດທຸກຄົນ ເພື່ອສັກວັກຊິນໃຫ້ໄວຂຶ້ນ.


 

ບົດຄວາມຍັງລະບຸວ່າ: ປັດຈຸບັັນ, ຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ໄດ້ເພີ່ມຂຶ້ນເກືອບ 1 ລ້ານ 5 ແສນກໍລະນີຕໍ່ມື້. ເຖິງວ່າຜູ້ຊ່ຽວຊານຄາດວ່າ ຈຳນວນຜູ້ທີ່ນອນຢູ່ໂຮງໝໍ ແລະ ເສຍຊີວິດຍ້ອນພະຍາດໂຄວິດ-19 ຈະບໍ່ເພີ່ມຂຶ້ນຫຼາຍຢ່າງເດັ່ນຊັດກໍ່ຕາມ, ແຕ່ຍັງມີສັນຍານສະແດງໃຫ້ເຫັນວ່າ ຈຳນວນຜູ້ເຖົ້າທີ່ນອນຢູ່ໂຮງໝໍໃນປະເທດຕ່າງໆ ເຊັ່ນ: ອັງກິດເປັນຕົ້ນໄດ້ເພີ່ມຫຼາຍຂຶ້ນ.


 

ບົດຄວາມໄດ້ແນະນຳວ່າ, ໂດຍຜະເຊີນໜ້າກັບການແຜ່ລະບາດພະຍາດໂຄວິດ-19 ໃນປັດຈຸບັນຄວນໃຊ້ວິທີຢ່າງສະໝ່ຳສະເໝີ. ໂລກຈະຖືກຂັດຂວາງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຕະຫຼອດໄປບໍ່ໄດ້ ສະນັ້ນ ຕ້ອງມີຄວາມລະມັດລະວັງ. ຢູ່ປະເທດທີ່ໄດ້ຜ່ອນຄາຍມາດຕະການຄວບຄຸມຕໍ່ພະຍາດໂຄວິດ-19, ແຕ່ຄວນຮັກສາອຸປະກອນປິ່ນປົວພະຍາດໃຫ້ມີຄວາມກຽມພ້ອມໃນລະດັບສູງສຸດ. ມາດຕະການຕ່າງໆ ເຊັ່ນ: ໃສ່ຜ້າອັດປາກ ແລະ ຂ້າເຊື້ອພະຍາດ ພ້ອມທັງການກວດນິວຄຼີອິກຕ້ອງປະຕິບັດຕໍ່ໄປ.