ທ່ານໂຈໂກ ວິໂດໂດປະກາດວ່າ ການເລືອກຕັ້ງປະທານາທິບໍດີອິນໂດເນເຊຍປີ 2024 ຈະຈັດຂຶ້ນຕາມເວລາກຳນົດ

2022-04-11 15:28:58 CRI



   ວັນທີ 10 ເມສານີ້, ທ່ານໂຈໂກ ວິໂດໂດ ປະທານາທິບໍດີອິນໂດເນເຊຍກ່າວວ່າ, ການເລືອກຕັ້ງປະທານາທິບໍດີອິນໂດເນເຊຍປີ 2024 ຈະຈັດຂຶ້ນໃນວັນທີ 14 ກຸມພາປີ 2024 ຕາມເວລາກຳນົດ, ທ່ານຮຽກຮ້ອງໃຫ້ວົງການຕ່າງໆ
ຢ່າເຊື່ອຂ່າວລືກ່ຽວກັບການເລື່ອນເວລາຈັດການເລືອກຕັ້ງ ຫຼື ແກ່ຍາວອາຍຸການດຳລົງຕຳແໜ່ງ.



    ທ່ານໂຈໂກ ວິໂດໂດກ່າວວ່າ, ພວກຂ້າພະເຈົ້າໄດ້ເຫັນດີຈະຈັດການເລືອກຕັ້ງແຕ່ທ້າຍເດືອນພະຈິກປີ 2024, ສະນັ້ນ ທຸກສິ່ງທຸກຢ່າງແມ່ນຈະແຈ້ງທີ່ສຸດແລ້ວ.