ທ່ານສີຈິ້ນຜິງກວດກາວຽກງານຢູ່ເຂດພູອູຈືຊ່ານສວນປ່າໄມ້ເຂດຮ້ອນແຫ່ງຊາດຢູ່ແຂວງໄຫຫຼຳ

2022-04-12 16:55:06 cri


  ວັນທີ 11 ເມສາປີ 2022,ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະ ການສູນກາງພັກກອມມູນິດຈີນໄດ້ໄປກວດກາວຽກງານຢູ່ເຂດພູອູຈືຊ່ານສວນ ປ່າໄມ້ເຂດຮ້ອນແຫ່ງຊາດຢູ່ແຂວງໄຫຫຼຳ.



  ສວນປ່າໄມ້ເຂດຮ້ອນແຂວງໄຫຫຼຳແມ່ນໜຶ່ງໃນ 5 ສວນແຫ່ງຊາດຊຸດທຳອິດ ຂອງຈີນ,ມີປ່າໄມ້ເຂດຮ້ອນແບບເກາະດອນທີ່ມີລັກສະນະແຜ່ນດິນໃຫຍ່ທີ່ມີການ ແຈກຢາຍໂຮມສູນກວ່າໝູ່,ການອະນຸລັກໄດ້ດີກວ່າໝູ່ແລະມີເນື້ອທີ່ເປັນແຜ່ນທີ່ ໃຫຍ່ກວ່າໝູ່.



  ເຂດພູອູຈືຊ່ານສວນປ່າໄມ້ເຂດຮ້ອນແຂວງໄຫຫຼຳຕັ້ງຢູ່ພາກກາງຂອງເກາະ ໄຫຫຼຳ,ໃນສວນມີພູອູຈືຊ່ານເຊິ່ງເປັນພູສູງທີ່ສຸດຂອງແຂວງໄຫຫຼຳ,ຄືສູງກວ່າ ລະດັບໜ້ານ້ຳທະເລ 1867 ແມັດ.


  ໃນເຂດພູອູຈືຊ່ານມີພືດປ່າສະຫງວນອັນດັບໜຶ່ງຂອງຊາດລວມ 6 ຊະນິດ, ນອກນີ້ຍັງມີພືດສະເພາະແຂວງໄຫຫຼຳ 284 ຊະນິດ,ປາ 67 ຊະນິດ,ແມງໄມ້ 1700 ກວ່າຊະນິດ,ແລະສັດປ່າສະຫງວນອັນດັບໜຶ່ງຂອງຊາດ 9 ຊະນິດ.