ສະຫະພາບເອີລົບຫ້າມບໍ່ໃຫ້ເຮືອບິນຂອງບໍລິສັດການບິນ 21 ແຫ່ງຂອງຣັດເຊຍບິນເຂົ້າເຂດຕົນ

2022-04-12 10:46:30 CRI


 

ວັນທີ 11 ເມສານີ້, ທ່ານນາງອາດີນາ ວາລຽນ ກຳມະການຜູ້ຮັບຜິດຊອບວຽກງານຄົມມະນາຄົມຂອງຄະນະກຳມະການສະຫະພາບເອີລົບໄດ້ປະກາດວ່າຈະຫ້າມບໍ່ໃຫ້ເຮືອບິນຂອງບໍລິສັດການບິນ 21 ແຫ່ງຂອງຣັດເຊຍບິນເຂົ້າໃນສະຫະພາບເອີລົບ ຍ້ອນສາເຫດທີ່ວ່າ:ເຮືອບິນຂອງບໍລິສັດການບິນເຫຼົ່ານີ້ບໍ່ສອດຄ່ອງກັບມາດຖານດ້ານຄວາມປອດໄພຂອງສະຫະພາບເອີລົບ.


 

ທ່ານນາງວາລຽນຍັງກ່າວຕື່ມວ່າ,ຄຳສັ່ງຫ້າມເທື່ອນີ້ບໍ່ແມ່ນມາດຕະການລົງໂທດຣັດເຊຍ ແຕ່ເປັນບັນຫາດ້ານຄວາມປອດໄພເທົ່ານັ້ນ.