ສື່ມວນຊົນອັງກິດກ່າວວ່າ: ແຟງລັງ ແລະ ຊູແອດອາດຈະເຂົ້າຮ່ວມເປັນສະມາຊິກນາໂຕໄວສຸດແມ່ນໃນລະດູຮ້ອນປີນີ້

2022-04-12 10:24:47 CRI

ວັນທີ 11 ເມສານີ້, “ໜັງສືພິມເດີທາມສ” ຂອງອັງກິດໄດ້ນຳເອົາຂ່າວຈາກເຈົ້າໜ້າທີ່ຂັ້ນສູງຂອງລັດຖະບານອາເມຣິກາມາລາຍງານວ່າ: ແຟງລັງ ແລະ ຊູແອດອາດຈະເຂົ້າຮ່ວມເປັນສະມາຊິກນາໂຕໄວສຸດແມ່ນໃນລະດູຮ້ອນປີນີ້.




 

ອາທິດແລ້ວນີ້,ນາໂຕໄດ້ຈັດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດຂອງປະເທດສະມາຊິກ, ລັດຖະມົນຕີກະຊວງການຕ່າງປະເທດແຟງລັງ ແລະ ຊູແອດກໍ່ໄດ້ເຂົ້າຮ່ວມ. “ໜັງສືພິມເດີທາມສ” ໄດ້ນຳເອົາຄຳເວົ້າຂອງເຈົ້າໜ້າທີ່ຂັ້ນສູງຂອງອາເມຣິກາມາລາຍງານວ່າ:ກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດນາໂຕໄດ້ປຶກສາຫາລືກ່ຽວກັບຫົວຂໍ້ທີ່ແຟງລັງ ແລະ ຊູແອດຈະເຂົ້າເປັນສະມາຊິກນາໂຕ,ຄາດວ່າແຟງລັງຈະຢື່ນໃບສະໝັກເຂົ້າເປັນສະມາຊິກນາໂຕໃນເດືອນມິຖຸນາປີນີ້, ຖັດຈາກນັ້ນກໍ່ແມ່ນຊູແອດ.


 

ຜົນການຢັ່ງຫາງສຽງຫຼ້າສຸດໄດ້ສະແດງໃຫ້ເຫັນວ່າ, ຊາວແຟງລັງທີ່ສະໜັບສະໜູນໃຫ້ເຂົ້າເປັນສະມາຊິກນາໂຕໄດ້ເພີ່ມຂຶ້ນ, ໃນເດືອນມີນາແລ້ວນີ້, ອັດຕາສ່ວນດັ່ງກ່າວໄດ້ສູງເຖິງ 62%, ໄດ້ເພີ່ມຂຶ້ນ 19% ເມື່ອທຽບໃສ່ເດືອນກຸມພາປີນີ້. ຫວ່າງມໍ່ໆມານີ້, ອັດຕາສ່ວນທີ່ປະຊາຊົນສະໜັບສະໜູນໃຫ້ຊູແອດເຂົ້າເປັນສະມາຊິກນາໂຕໄດ້ເພີ່ມຂຶ້ນຄືກັນ.