ການຄ້າຂາເຂົ້າຂາອອກຂອງຈີນໃນໄຕມາດທີ1ເພີ່ມຂຶ້ນ10,7%

2022-04-13 11:46:19 cri


ເວລາ10ໂມງເຊົ້າຂອງວັນທີ13ເມສານີ້,ຫ້ອງການຖະແຫຼງຂ່າວຂອງລັດຖະບານຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ ໂດຍມີຜູ້ຮັບຜິດຊອບທີ່ກ່ຽວຂ້ອງຂອງອົງການພາສີຈີນມາແນະນຳໃຫ້ຮູ້ວ່າ: ຍອດມູນຄ່າການຄ້າຂາເຂົ້າຂາອອກຂອງຈີນໃນໄຕມາດທີ1ບັນລຸໄດ້ 9.420 ຕື້ຢວນ, ໄດ້ເພີ່ມຂຶ້ນ10,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

ສະຖິຕິຂອງດ່ານພາສີຈີນສະແດງໃຫ້ເຫັນວ່າ: ໃນໄຕມາດທີ1, ໂຄງປະກອບດ້ານການຄ້າກັບຕ່າງປະເທດຂອງຈີນໄດ້ສືບຕໍ່ປັບປຸງໃຫ້ດີຂຶ້ນ,ການຄ້າຂາເຂົ້າຂາອອກໂດຍລວມບັນລຸໄດ້ 5.950ຕື້ຢວນ, ໄດ້ເພີ່ມຂຶ້ນ13,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ການຄ້າຂາເຂົ້າຂາອອກຂອງຈີນສູ່ອາຊຽນບັນລຸໄດ້ 1.350 ຕື້ຢວນ, ໄດ້ເພີ່ມຂຶ້ນ8,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ອາຊຽນຍັງສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ.

   ໃນໄລຍະດຽວກັນ, ການຄ້າຂາເຂົ້າຂາອອກລະຫວ່າງຈີນກັບປະເທດທີ່ຢູ່ລຽບຕາມ“ໜຶ່ງແລວໜຶ່ງເສັ້ນທາງ”ບັນລຸໄດ້ 2.930ຕື້ຢວນ, ເພີ່ມຂຶ້ນ16,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສ່ວນການຄ້າຂາເຂົ້າຂາອອກລະຫວ່າງຈີນກັບ14ປະເທດສະມາຊິກRCEP ບັນລຸໄດ້ 2.860 ຕື້ຢວນ, ເພີ່ມຂຶ້ນ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.