ເກີດເຫດຍິງກັນຢູ່ລົດໄຟໃຕ້ດິນນິວຢອກ, ເຮັດໃຫ້ 29 ຄົນບາດເຈັບ

2022-04-13 10:12:39 cri

ວັນທີ 12 ເມສານີ້ຕາມເວລາທ້ອງຖິ່ນ, ພະແນກດັບເພີງນະຄອນນິວຢອກປະເທດອາເມຣິກາ ແຈ້ງໃຫ້ຮູ້ວ່າ, ຕອນເຊົ້າມື້ດຽວກັນ, ຢູ່ສະຖານີລົດໄຟໃຕ້ດິນແຫ່ງໜຶ່ງທີ່ເມືອງບຣູຄລິນ, ນະຄອນນິວຢອກ ໄດ້ເກີດເຫດຍິງກັນ, ມີຫຼາຍຄົນຖືກຍິງ, ນອກນັ້ນ ຍັງປາກົດເຫັນລູກລະເບີດທີ່ບໍ່ທັນໄດ້ແຕກຢູ່ບ່ອນເກີດເຫດ.

CNN ໄດ້ລາຍງານວ່າ: ພາຍຫຼັງເກີດເຫດແລ້ວ, ມີ 29 ຄົນໄດ້ຮັບບາດເຈັບ ແລະ ຖືກສົ່ງໄປປິ່ນປົວຢູ່ໂຮງໝໍ.

ເຈົ້າໜ້າທີ່ຕຳຫຼວດກ່າວວ່າ, ອີງຕາມຜົນການສືບສວນເບື້ອງຕົ້ນໃຫ້ຮູ້ວ່າ: ຜູ້ຕ້ອງຫາແມ່ນຜູ້ຊາຍເຊື້ອສາຍອາຟຣິກກາຜູ້ໜຶ່ງ.