ອົງການ WTO ຄາດວ່າ, ຈັງຫວະການເຕີບໂຕດ້ານການຄ້າໂລກໃນປີນີ້ຈະຫຼຸດລົງຮອດ 2,4%-3%

2022-04-13 10:58:13 cri

    ໃນບົດລາຍງານສະບັບໜຶ່ງທີ່ປະກາດໃນຫວ່າງມໍ່ໆມານີ້,ສຳນັກງານກອງເລຂາອົງການການຄ້າໂລກ ກ່າວວ່າ, ແບບຈຳລອງດ້ານເສດຖະກິດໂລກຄາດວ່າ, ຍ້ອນໄດ້ຮັບຜົນກະທົບຈາກການສູ້ຣົບລະຫວ່າງຣັດເຊຍ-ອູແກຼນ,ຈັງຫວະການເຕີບໂຕດ້ານການຄ້າທົ່ວໂລກປີ 2022 ຄາດວ່າ ຈະຫຼຸດລົງຈາກ 4,7% ທີ່ຄາດຄະເນໄວ້ໃນເດືອນຕຸລາປີກາຍນີ້ ລົງເປັນ  2,4%-3%.


    ໃນບົດລາຍງານສະບັບດັ່ງກ່າວ, ອົງການ
WTO ກ່າວວ່າ: ອີງຕາມແບບຈຳລອງແບບດຽວກັນ, ການສູ້ຮົບລະຫວ່າງຣັດເຊຍ ກັບ ອູແກຼນອາດຈະເຮັດໃຫ້ GDP ຂອງທົ່ວໂລກຫຼຸດລົງ 0,7-1,3%, ເຖິງ 3,1%-3,7%.