ວັນທີ 12 ເມສານີ້, ໃນເວລາກ່າວຄຳປາໄສ, ທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ, ຈຸດປະສົງຂອງການປະຕບັດການພິເສດທາງການທະຫານຂອງຣັດເຊຍທີ່ມີຕໍ່ອູແກຼນຈະບັນລຸຜົນເປັນຈິງໂດຍບໍ່ຕ້ອງສົງໄສ.
ທ່ານປູຕິນກ່າວວ່າ,ເປົ້າໝາຍຕົ້ນຕໍຂອງການປະຕິບັດການພິເສດທາງການທະຫານພິເສດແມ່ນຊ່ວຍເຫຼືອປະຊາຊົນເຂດດອນບັສ. ສິ່ງທີ່ໜ້າເສຍດາຍນັ້ນແມ່ນ ເຈົ້າໜ້າທີ່ອູແກຼນບໍ່ປະຕິບັດຕາມສັນຍາມິນສ໌. ຣັດເຊຍບໍ່ສາມາດອົດທົນໄດ້ອີກຕໍ່ໄປຕໍ່ “ການດັບສູນເຊື້ອຊາດທີ່ເວົ້າພາສາຣັດເຊຍ” ຂອງອູແກຼນ. ໃນການປະຕິບັດການພິເສດທາງການທະຫານຄັ້ງນີ້,ກອງທັບຣັດເຊຍໄດ້ນຳໃຊ້ອາວຸດທັນສະໄໝທີ່ສຸດເພື່ອໃຫ້ການປະຕິບັດງານບັນລຸຜົນເປັນຈິງ.