CPI ຂອງອາເມຣິກາທີ່ເພີ່ມຂຶ້ນໄດ້ສ້າງສະຖິຕິໃໝ່ໃນ40ປີຜ່ານມາ

2022-04-13 11:25:44 cri

ວັນທີ12ເມສານີ້ ກະຊວງແຮງງານອາເມຣິກາໄດ້ເປີດເຜີຍຂໍ້ມູນທີ່ສະແດງໃຫ້ເຫັນວ່າ: ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງອາເມຣິກາໃນເດືອນມີນາຜ່ານມາ ໄດ້ເພີ່ມຂຶ້ນ 1,2% ເມື່ອທຽບໃສ່ເດືອນກຸມພາປີນີ້ ແລະໄດ້ເພີ່ມຂຶ້ນ8,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ເຊິ່ງແມ່ນອັດຕາເພີ່ມຂຶ້ນທີ່ເປັນສະຖິຕິສູງສຸດ ຕັ້ງແຕ່ເດືອນທັນວາປີ1981ເປັນຕົ້ນມາ.

   ຂໍ້ມູນສະແດງໃຫ້ເຫັນວ່າ: ເມື່ອບໍ່ລວມເອົາລາຄາອາຫານແລະພະລັງງານທີ່ຂຶ້ນໆລົງໆອ່າວຫຼາຍແລ້ວ, CPI ຕົ້ນຕໍໄດ້ເພີ່ມຂຶ້ນ 0,3% ເມື່ອທຽບໃສ່ເດືອນກຸມພາປີນີ້ ແຕ່ກໍ່ຕ່ຳກວ່າເດືອນກຸມພາ 0,2%; ສ່ວນອັດຕາເພີ່ມຂຶ້ນເປັນ6,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ກໍ່ເປັນສະຖິຕິສູງສຸດ ຕັ້ງແຕ່ເດືອນສິງຫາປີ1982ເປັນຕົ້ນມາ.