ລັດຖະບານແຟງລັງໄດ້ຍື່ນບົດລາຍງານດ້ານຄວາມໝັ້ນຄົງ ຕໍ່ລັດຖະສະພາເພື່ອປະເມີນຜົນດີຜົນຮ້າຍຫາກເຂົ້າເປັນສະມາຊິກນາໂຕ

2022-04-14 10:54:11 CRI

ວັນທີ 13 ເມສານີ້, ລັດຖະບານແຟງລັງໄດ້ປະກາດ ແລະຍື່ນບົດລາຍງານກ່ຽວກັບສະພາບການປ່ຽນແປງດ້ານຄວາມໝັ້ນຄົງສະບັບໜຶ່ງຕໍ່ລັດຖະສະພາ.ຂ່າວແຈ້ງວ່າ,ບົດລາຍງານສະບັບນີ້ໄດ້ອະທິບາຍກ່ຽວກັບສະພາບຄວາມໝັ້ນຄົງປ່ຽນແປງໄປຄືແນວໃດ ແລະ ທາງເລືອກຂອງແຟງລັງພາຍໃຕ້ສະພາບການໃໝ່ແບບນີ້ ທີ່ກ່ຽວພັນເຖິງຫຼາຍດ້ານ ເຊັ່ນ: ນະໂຍບາຍການຕ່າງປະເທດ ຄວາມໝັ້ນຄົງ ແລະ ການປ້ອງກັນປະເທດແຟງລັງ, ຄວາມໝັ້ນຄົງຂອງຕ່ອງໂສ້ການສະໜອງ,ຄວາມໝັ້ນຄົງຕາມຊາຍແດນ ແລະ ໄພຂົ່ມຂູ່ທາງອິນເຕີເນັດເປັນຕົ້ນ.



 

ລັດຖະສະພາແຟງລັງຈະເລີ່ມປຶກສາຫາລືກ່ຽວກັບບົດລາຍງານດ້ານຄວາມໝັ້ນຄົງຫຼັງວັນທີ 20 ເມສານີ້, ປະທານາທິບໍດີ ແລະ ລັດຖະບານແຟງລັງຈະຕັດສິນໃຈວ່າແຟງລັງສົມຄວນຈະເຂົ້າເປັນສະມາຊິກນາໂຕຫຼືບໍ່ຫຼັງຈາກລັດຖະສະພາໄດ້ປຶກສາຫາລືກ່ຽວກັບບົດລາຍງານດ້ານຄວາມໝັ້ນຄົງສະບັບນີ້ແລ້ວ.