ພັກກຳອຳນາດຊູແອດຈະຈັດກອງປະຊຸມໃນເດືອນໜ້າເພື່ອປຶກສາຫາລືວ່າຊູແອດຈະເຂົ້າເປັນສະມາຊິກນາໂຕຫຼືບໍ່

2022-04-14 10:55:41 CRI


 

ວັນທີ 13 ເມສານີ້, ໃນກອງປະຊຸມຖະແຫຼງຂ່າວ,ທ່ານນາງມັກດາເລນາ ອັນເດີຊອນ ນາຍົກລັດຖະມົນຕີຊູແອດບໍ່ໄດ້ສະແດງຄວາມຄິດເຫັນວ່າຊູແອດສົມຄວນຈະເຂົ້າເປັນສະມາຊິກນາໂຕຫຼືບໍ່.ແຕ່ສື່ມວນຊົນຊູແອດໄດ້ລາຍງານວ່າ, ທ່ານນາງອັນເດີຊອນ ແລະ ກຸ່ມຄະນະນຳຂອງພັກສັງຄົມຂອງນາງກໍ່ຄືພັກປະຊາທິປະໄຕຫວັງໃຫ້ຊູແອດເຂົ້າເປັນສະມາຊິກນາໂຕໃນເດືອນມິຖຸນາປີນີ້.


ສື່ມວນຊົນຊູແອດລາຍງານວ່າ,ພັກສັງຄົມປະຊາທິປະໄຕທີ່ທ່ານນາງອັນເດີຊອນສັງກັດຢູ່ນັ້ນຈະຈັດກອງປະຊຸມທີ່ມີລັກສະນະຕັດສິນໃຈໃນວັນທີ 24 ພຶດສະພາປີນີ້ ເພື່ອລົງຄະແນນສຽງວ່າຊູແອດຈະເຂົ້າເປັນສະມາຊິກນາໂຕຫຼືບໍ່. ກ່ອນໜ້ານີ້, ພັກນີ້ໄດ້ຄັດຄ້ານບໍ່ໃຫ້ຊູແອດເຂົ້າເປັນສະມາຊິກນາໂຕມາໂດຍຕະຫຼອດ.