ທ່ານ ປູຕິນ ກ່າວວ່າ: ປະເທດຕາເວັນຕົກປະຕິເສດການຮ່ວມມືກັບຣັດເຊຍ ໄດ້ສ້າງຜົນຮ້າຍໃຫ້ກັບພວກເຂົາເອງແລ້ວ

2022-04-14 10:23:39 cri

ວັນທີ 13 ເມສານີ້, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍກ່າວວ່າ: ບາງປະເທດຕາເວັນຕົກໄດ້ປະຕິເສດການຮ່ວມມືແບບປົກກະຕິກັບຣັດເຊຍ, ເຊິ່ງໄດ້ສ້າງຜົນຮ້າຍໃຫ້ກັບພວກເຂົາເອງແລ້ວ.

ທ່ານ ປູຕິນ ກ່າວເນັ້ນວ່າ: ບາງປະເທດຕາເວັນຕົກໄດ້ປະຕິເສດການຮ່ວມມືແບບປົກກະຕິກັບຣັດເຊຍ ແລະ ປະຕິເສດຈັດຊື້ພະລັງງານສ່ວນໜຶ່ງຈາກຣັດເຊຍ, ສິ່ງນີ້ໄດ້ທຳລາຍປະຊາຊົນເອີຣົບ ແລະ ອາເມຣິກາຫຼາຍລ້ານຄົນ, ທັງພາໃຫ້ເກີດວິກິດການພະລັງງານ, ເຮັດໃຫ້ລາຄາສິນຄ້າຂອງປະເທດເຫຼົ່ານີ້ຖີບຕົວສູງຂຶ້ນຢ່າງຫຼວງຫຼາຍ, ແລະໄພເງິນເຟີ້ຍັງພວມຮຸນແຮງຂຶ້ນຢ່າງບໍ່ຢຸດຢັ້ງ.