ຈີນກ່າວວ່າ:ເລື່ອງຮີບດ່ວນທີ່ຕ້ອງເຮັດໃນປັດຈຸບັນເພື່ອຢຸດຕິສົງຄາມຝ່າຍຕ່າງໆຄວນມີຄວາມສຸຂຸມ ແລະ ອົດທົນອົດກັ້ນ

2022-04-14 10:52:29 CRI

ວັນທີ 13 ເມສານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ.ມີນັກຂ່າວຕັ້ງຄຳຖາມກ່ຽວກັບສະຖານະການການສູ້ຣົບລະຫວ່າງຣັດເຊຍ-ອູແກຼນ.

 

ທ່ານຈ້າວລີ້ຈ່ຽນກ່າວວ່າ: ຈີນມີຄວາມປາຖະໜາມາໂດຍຕະຫຼອດກ່ຽວກັບບັນຫາອູແກຼນນັ້ນກໍ່ຄື: ເລື່ອງຮີບດ່ວນທີ່ຕ້ອງເຮັດເພື່ອຢຸດຕິສົງຄາມໃນປັດຈຸບັນແມ່ນຝ່າຍຕ່າງໆຄວນມີຄວາມສຸຂຸມ ແລະ ອົດທົນອົດກັ້ນ ຫຼີກເວັ້ນບໍ່ໃຫ້ເກີດວິກິດການດ້ານມະນຸດສະທຳຂະໜາດໃຫຍ່.


 

ຄວາມພະຍາຍາມໃດໆທີ່ປະຊາຄົມໂລກດຳເນີນງານຢູ່ໃນປັດຈຸບັນນັ້ນກໍ່ຄວນເຮັດໃຫ້ສະຖານະການຄວາມເຄັ່ງຕຶງ ຜ່ອນຄາຍລົງ ຫາກໍ່ແມ່ນເພິ່ມຄວາມຂັດແຍ້ງ, ຄວນຊຸກຍູ້້ໃຫ້ແກ້ໄຂບັນຫາດ້ວຍວິຖີທາງການທູດ ຫາກບໍ່ແມ່ນເຮັດໃຫ້ສະຖານະການຮ້າຍແຮງຂຶ້ນຕື່ມ.