ຈີນຕອບໂຕ້ບາງເນື້ອໃນກ່ຽວກັບຈີນໃນ “ບົດລາຍງານວຽກງານສິດທິມະນຸດຂອງປະເທດຕ່າງໆ 2021” ຂອງອາເມຣິກາວ່າ: ບໍ່ເປັນຄວາມຈິງ ສ້າງຄວາມສັບສົນເຫັນຖືກເປັນຜິດ

2022-04-14 10:22:21 cri

ວັນທີ 12 ເມສານີ້ ກະຊວງການຕ່າງປະເທດອາເມຣິກາໄດ້ເຜີຍແຜ່ “ບົດລາຍງານວຽກງານສິດທິມະນຸດຂອງປະເທດຕ່າງໆ 2021” ໂດຍມີເນື້ອໃນບາງຕອນໄດ້ກ່າວໂຈມຕີລະບອບການເມືອງ ແລະ ສະພາບສິດທິມະນຸດຢູ່ຈີນ. ນອກນັ້ນ, ໃນກອງປະຊຸມຖະແຫຼງຂ່າວ, ທ່ານ ອັນໂຕນີ ບລິນເຄັນ ລັດຖະມົນຕີກະຊວງການຕ່າງປະເທດອາເມຣິກາ ຍັງໄດ້ກ່າວຢ່າງບໍ່ເໝາະສົມກ່ຽວກັບບັນຫາຊິ່ນຈ່ຽງ, ຮົງກົງ ແລະ ຕີເບດຂອງຈີນ.

ຕໍ່ກັບເລື່ອງນີ້, ໃນກອງປະຊຸມຖະແຫຼງຂ່າວຂອງກະຊວງການຕ່າງປະເທດຈີນທີ່ຈັດຂຶ້ນໃນວັນທີ 13 ເມສານີ້, ທ່ານ ຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນຊີ້ໃຫ້ເຫັນວ່າ: ເນື້ອໃນກ່ຽວກັບຈີນໃນບົດລາຍງານຂອງອາເມຣິກາ ແລະ ຄຳເວົ້າຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຣິນເຄັນ ບໍ່ເປັນຄວາມຈິງ, ໄດ້ສ້າງຄວາມສັບສົນເຫັນຖືກເປັນຜິດ, ທັງເຕັມໄປດ້ວຍຄຳຂີ້ຕົວະດ້ານການເມືອງ ແລະ ຮູບຖານຈິດສຳນຶກທີ່ອະຄະຕິ, ຝ່າຍຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງ ແລະ ຄັດຄ້ານເລື່ອງນີ້ຢ່າງເດັດດ່ຽວ.