ຣັດເຊຍກ່າວວ່າ:ຖ້າຊູແອດແລະແຟງລັງເຂົ້າເປັນສະມາຊິກນາໂຕຣັດເຊຍຈະເພີ່ມກຳລັງທະຫານຢູ່ຊາຍແດນທີ່ຕິດຈອດກັນ

2022-04-15 10:55:10 CRI

ວັນທີ 14 ເມສານີ້, ທ່ານເດີມີຕຣີ ເມດເວເດຟ ຮອງປະທານສະພາຄວາມໝັ້ນຄົງສະຫະພັນຣັດເຊຍກ່າວວ່າ, ຖ້າຊູແອດ ແລະ ແຟງລັງເຂົ້າເປັນສະມາຊິກນາໂຕ, ຈະເຮັດໃຫ້ຊາຍແດນລະຫວ່າງນາໂຕ ກັບ ຣັດເຊຍມີຄວາມຍາວຫຼາຍກວ່າ 1 ເທົ່າ. ເປັນທີ່ຈະແຈ້ງແລ້ວວ່າ,ຄວາມໝັ້ນຄົງຕາມຊາຍແດນເຫຼົ່ານີ້ຕ້ອງເພີ່ມທະວີໃຫ້ຫຼາຍຂຶ້ນ, ຕ້ອງເພີ່ມກຳລັງຮົບທັງທາງບົກ ແລະ ທາງອາກາດພ້ອມທັງເພີ່ມກຳລັງຮົບທາງທະເລຢູ່ອ່າວແຟງລັງຢ່າງຫຼວງຫຼາຍທີ່ສຸດ.ພາຍໃຕ້ສະພາບການນີ້ບໍ່ຕ້ອງເວົ້າເຖິງຄວາມເປັນໄປໄດ້ກ່ຽວກັບການປອດນິວເຄຼຍຢູ່ເຂດທະເລບານຕິກອີກແລ້ວ.



 

ທ່ານເມດເວເດຟຍັງກ່າວວ່າ: ຈົນຮອດປະຈຸບັນ ຣັດເຊຍຍັງບໍ່ທັນໄດ້ນຳໃຊ້ມາດຕະການໃດໆແລະກໍ່ບໍ່ມີແຜນຈະນຳໃຊ້. ຖ້າວ່າພວກຂ້າພະເຈົ້າຖືກບັງຄັບ ກໍ່ແນ່ນອນແລ້ວຂ້າພະເຈົ້າກໍ່ຕ້ອງຢືມຄວາມເວົ້າໃນຮູບເງົາເກົ່າເລື່ອງໜຶ່ງມາກ່າວວ່າ: “ຕ້ອງຄອຍເບິ່ງເດີ, ນີ້ບໍ່ແມ່ນຂໍ້ສະເໜີຂອງພວກເຮົາ.”