ຈັດກອງປະຊຸມສົນທະນາຢູ່ທ່າມກາງຊົນນະບົດ

2022-04-15 11:18:19 CRI


ຫວ່າງມໍ່ໆມານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເດີນທາງໄປສຳຫຼວດກວດກາຢູ່ບ້ານເໝົານ້າ ຕາແສງສຸຍມານທີ່ຢູ່ຕີນພູອູຈື(ພູຫ້ານິ້ວ)ຂອງແຂວງໄຫຫຼຳຈີນ. ຢູ່ໃນສາລາຂອງບ້ານ, ທ່ານສີຈິ້ນຜິງ ກັບ ພະນັກງານຮາກຖານ, ຜູ້ຕາງໜ້າຊາວບ້ານໄດ້ນັ່ງໃກ້ຊິດກັນ, ແລະສົນທະນາກັນຢ່າງສະໜິດສະໜົມ.


ຜູ້ທີ່ນັ່ງຢູ່ຄຽງຂ້າງທ່ານສີຈິ້ນຜິງມີ ເລຂາທີໜຶ່ງປະຈຳບ້ານ, ຫົວໜ້າໜ່ວຍງານພັດທະນາຊົນນະບົດຂັ້ນຕາແສງ, ເລຂາໜ່ວຍພັກບ້ານ, ສະມາຊິກພັກຜູ້ອາວຸໂສ, ຜູ້ນຳໜ້າສ້າງຄວາມຮັ່ງມີ, ນັກສຶກສາທີ່ກັບເມືອຊົນນະບົດເພື່ອສ້າງທຸລະກິດ, ຜູ້ປົກປັກຮັກສາປ່າໄມ້, ຜູ້ສືບທອດມໍລະດົກວັດທະນະທຳນາມມະທຳ ແລະອື່ນໆ.


ເມື່ອເຫັນພາບນີ້, ກໍເຮັດໃຫ້ຄົນຫວນຄືນເຖິງສະພາບທີ່ທ່ານສີຈິ້ນຜິງສຳຫຼວດກວດກາວຽກງານຢູ່ບ້ານ 18 ຖ້ຳກິ່ງແຂວງຊ່ຽງຊີ່ແຂວງຫູນານເມື່ອວັນທີ 3 ພະຈິກປີ 2013, ໃນເວລານັ້ນ ທ່ານສີຈິ້ນຜິງໄດ້ນັ່ງສົນທະນາກັບພະນັກງານບ້ານ ແລະ ຊາວບ້ານຢ່າງໃກ້ຊິດເຊັ່ນກັນ.



ໃນມື້ນັ້ນ, ຢູ່ເດີ່ນບ້ານຕໍ່ໜ້າເຮືອນຊາວບ້ານ, ທ່ານສີຈິ້ນຜິງໄດ້ສະເໜີທັດສະນະ “ຫຼຸດຜ່ອນຄວາມທຸກຍາກຢ່າງຖືກຕ້ອງກັບເປົ້າໝາຍທີ່ແນ່ນອນ”ເປັນຄັ້ງທຳອິດ ຢູ່ຕໍ່ໜ້າປະຊາຊົນທີ່ນັ່ງຢູ່ອ້ອມຂ້າງ, ເຊິ່ງໄດ້ຊີ້ແຈງທິດທາງໃຫ້ແກ່ວຽກງານລຶບລ້າງຄວາມທຸກຍາກຂອງຈີນ.



ໃນຊຸມປີ 1980, ກໍເຄີຍມີຮູບເກົ່າທີ່ເປັນພາບຄ້າຍຄືກັນ, ທ່ານສີຈິ້ນຜິງໃນໄວໜຸ່ມທີ່ເປັນເລຂາຄະນະພັກເມືອງເຈີ້ງຕິ້ງໄດ້ຕັ້ງໂຕະ ຊົ່ວຄາວໜ່ວຍໜຶ່ງຢູ່ແຄມຖະໜົນ , ເພື່ອຮັບຟັງຄວາມຄິດເຫັນຂອງປະຊາຊົນ.

ຮັບຟັງຄວາມຕ້ອງການຂອງປະຊາຊົນ, ແລະຂໍຄວາມເຫັນນຳປະຊາຊົນ, ເຊິ່ງແບບແຜນການປົກຄອງບໍລິຫານແນວນີ້ໄດ້ດຳເນີນຢ່າງສືບເນື່ອງມາຮອດປັດຈຸບັນນີ້; ຢູ່ຕາມແນວໜ້າຮາກຖານ ແລະ ຕາມທົ່ງນາຊົນນະບົດ, ກໍໄດ້ຍຶດໝັ້ນປະຕິບັດວຽກງານຕາມວິທີແບບນີ້ຢ່າງສະເໝີຕົ້ນສະເໝີປາຍ.



ຢູ່ລຸ່ມຕຶກນ້ອຍ ຢູ່ໜ້າເຮືອນ ແລະ ເດີ່ນບ້ານໜ້າເຮືອນປະຊາຊົນໃນເຂດຊົນນະບົດ, ທ່ານສີຈິ້ນຜິງໄດ້ລົມເລື່ອງຊີວິດປະຈຳວັນກັບຊາວບ້ານ, ແລະຮັບຟັງຄວາມໃນໃຈຂອງປະຊາຊົນ. ກອງປະຊຸມສົນທະນາແມ່ນຈັດຢູ່ຕາມທົ່ງນາ, ໂດຍໄດ້ເຂົ້າສູ່ຈິດໃຈຂອງປະຊາຊົນຢ່າງແທ້ຈິງ.


ເຊັ່ນດຽວກັບການສຳຫຼວດກວດກາວຽກງານຢູ່ບ້ານເໝົານ້າຄັ້ງນີ້, ທ່ານສີຈິ້ນຜິງເວົ້າສູ່ປະຊາຊົນຟັງວ່າ: “ສິ່ງທີ່ພັກກອມມູນິດຈີນເອົາໃຈໃສ່ຄື ໃຫ້ປະຊາຊົນບັນດາເຜົ່າທົ່ວປະເທດມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ. ພັກບໍ່ມີຜົນປະໂຫຍດສ່ວນຕົວ, ພະນັກງານການນຳຂອງພັກຍິ່ງບໍ່ຄວນມີຜົນປະໂຫຍດສ່ວນຕົວ, ຕ້ອງຍຶດໝັ້ນອຸດົມຄະຕິພື້ນຖານຂອງພັກ ແລະ ແນວທາງປະຊາຊົນຂອງພັກ, ນຳໃຊ້ກຳລັງວັງຊາທັງໝົດເຂົ້າໃນວຽກງານທີ່ເຮັດໃຫ້ປະຊາຊົນມີຊີວິດການເປັນຢູ່ທີ່ດີ.”