ຈີນກ່າວວ່າ: ກົກເຄົ້າທີ່ເຮັດໃຫ້ສະຖານະການຢູ່ຊ່ອງແຄບໄຕ້ຫວັນເຄັ່ງຕຶງຂຶ້ນໃນປັດຈຸບັນແມ່ນອາເມຣິກາແລະໄຕ້ຫວັນສົມຮູ້ຮ່ວມຄິດກັນ

2022-04-16 14:14:33 cri


ວັນທີ 15 ເມສານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມກ່ຽວກັບຖ້ອຍຄວາມກ່ຽວກັບໄຕ້ຫວັນຂອງທ່ານແຈກ ຊຸລິວານ ຜູ້ຊ່ວຍວຽກງານຄວາມໝັ້ນຄົງແຫ່ງຊາດຂອງປະທານາທິບໍດີອາເມຣິກາວ່າ: ປັດຈຸບັນ, ສະຖານະການຢູ່ຊ່ອງແຄບໄຕ້ຫວັນໄດ້ເຂັ່ງຕຶງຂຶ້ນອີກຄັ້ງໃໝ່, ກົກເຄົ້າຂອງມັນແມ່ນເຈົ້າໜ້າທີ່ໄຕ້ຫວັນມີເຈດຕະນາເທື່ອແລ້ວເທື່ອອີກທີ່ຢາກອາໄສອາເມຣິກາເພື່ອແບ່ງແຍກໄຕ້ຫວັນເປັນເອກະລາດ ແລະເຈົ້າໜ້າທີ່ຈຳນວນໜຶ່ງຂອງອາເມຣິກາຢາກໃຊ້ໄຕ້ຫວັນຈຳກັດຈີນ, ອາເມຣິກາແລະໄຕ້ຫວັນສົມຮູ້ຮ່ວມຄິດກັນ.

ທ່ານຈ້າວລີ້ຈ່ຽນກ່າວວ່າ: ຢູ່ໂລກນີ້ມີປະເທດຈີນພຽງໜຶ່ງດຽວ, ໄຕ້ຫວັນແມ່ນດິນແດນທີ່ບໍ່ສາມາດຕັດແຍກອອກຈາກກັນໄດ້ຂອງຈີນ. ທ່ານກ່າວຕື່ມວ່າ: “ບາງຄົນເຈດຕະນາເອົາບັນຫາໄຕ້ຫວັນແລະອູແກຣນ ທີ່ເປັນສອງບັນຫາບໍ່ຄືກັນໃນດ້ານທາດແທ້ມາເວົ້າໃສ່ກັນ ເພື່ອລົບກວນຄວາມເຫັນຂອງທົ່ວປວງຊົນ ແລະເອົາຜົນປະໂຫຍດຈາກຄວາມປັ່ນປ່ວນ, ການກະທຳທີ່ອັນຕະລາຍແບບນີ້ຈຶ່ງເຮັດໃຫ້ສະພາບການໃນປັດຈະບັນຂອງສອງຝັ່ງຊ່ອງແຄບມີການປ່ຽນແປງ.”

ກ່ຽວກັບຄະນະຜູ້ແທນສະພາຕ່ຳອາເມຣິກາຢ້ຽມຢາມໄຕ້ຫວັນ, ທ່ານຈ້າວລີ້ຈ່ຽນກ່າວວ່າ: ສະມາຊິກລັດຖະສະພາອາເມຣິກາຄວນເຄົາລົບນະໂຍບາຍປະເທດຈີນດຽວທີ່ລັດຖະບານອາເມຣິກາປະຕິບັດ, ເຄົາລົບຫຼັກການປະເທດຈີນດຽວແລະຂໍ້ກຳນົດໃນ 3 ຖະແຫຼງການຮ່ວມລະຫວ່າງຈີນ-ອາເມຣິກາ, ຢຸດຕິການໄປມາຫາສູ່ກັນກັບເຈົ້າໜ້າທີ່ໄຕ້ຫວັນ, ຍິ່ງບໍ່ຄວນກ່າວຖ້ອຍຄວາມທີ່ບໍ່ມີຄວາມຮັບຜິດຊອບ. ຈີນຈະສືບຕໍ່ໃຊ້ມາດຕະການທີ່ເຂັ້ມແຂງ, ເດັດດ່ຽວຮັກສາອະທິປະໄຕແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດ.