ກະຊວງການຕ່າງປະເທດຈີນກ່າວວ່າ: ບັນດາປະເທດບໍ່ສາມາດສ້າງຄວາມໝັ້ນຄົງໂດຍປິດປະຕູ

2022-04-16 13:44:47 CRI

ວັນທີ 15 ເມສາປີ 2022 ແມ່ນວັນສຶກສາຄວາມໝັ້ນຄົງແຫ່ງຊາດທົ່ວປວງຊົນຄັ້ງທີ 7 ຂອງຈີນ. ມື້ດຽວກັນ, ທ່ານຈ້າວລີ້ຈ່ຽນ, ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ, ໃນໂລກປັດຈຸບັນ, ປະເທດຕ່າງໆເພິ່ງພາອາໄສເຊິ່ງກັນແລະກັນ, ເສດຖະກິດໂລກາພິວັດແມ່ນກະແສຂອງຍຸກສະໄໝ, ປະເທດຕ່າງໆບໍ່ສາມາດສ້າງສາປະເທດຕົນໂດຍປິດປະຕູໄດ້, ກໍບໍ່ສາມາດສ້າງຄວາມໝັ້ນຄົງໂດຍປິດປະຕູໄດ້.


ທ່ານຈ້າວລີ້ຈ່ຽນຊີ້ໃຫ້ເຫັນວ່າ, ເດືອນກໍລະກົດປີ 2015, ຈີນໄດ້ປະກາດໃຊ້ກົດໝາຍວ່າດ້ວຍຄວາມໝັ້ນຄົງແຫ່ງຊາດ, ເຊິ່ງໄດ້ກຳນົດຖານະຊີ້ນຳນຳພາຂອງທັດສະນະຄວາມໝັ້ນຄົງແຫ່ງຊາດກວມລວມດ້ວຍຮູບການກົດໝາຍ, ທັງໄດ້ກຳນົດເອົາວັນທີ 15 ເມສາທຸກໆປີເປັນວັນສຶກສາຄວາມໝັ້ນຄົງແຫ່ງຊາດທົ່ວປວງຊົນ, ຈັດກິດຈະກຳສຶກສາອົບຮົມກ່ຽວກັບຄວາມໝັ້ນຄົງແຫ່ງຊາດດ້ວຍຫຼາຍຮູບແບບ. ທັດສະນະຄວາມໝັ້ນຄົງແຫ່ຊາດກວມລວມໄດ້ອຳນວຍທິດຊີ້ນຳພື້ນຖານໃຫ້ກັບວຽກງານຄວາມໝັ້ນຄົງແຫ່ງຊາດ. ຕ້ອງເພີ່ມສະຕິລະວັງຕົວ ແລະສະຕິເປັນຫ່ວງເປັນໃຍນຳຄວາມອັນຕະລາຍໂດຍລ່ວງໜ້າ,, ປະສານສົມທົບການພັດທະນາ ແລະ ຄວາມໝັ້ນຄົງທີ່ເປັນສອງວຽກສຳຄັນ, ຍຶດໝັ້ນການວາງແຜນພັດທະນາຕາມຫຼັກວິທະຍາສາດ ແລະ ທັດສະນະຄວາມໝັ້ນຄົງແຫ່ງຊາດອື່ນໆນັບມື້ນັບກາຍເປັນຄວາມຮັບຮູ້ທີ່ເປັນເອກະພາບກັນຂອງທົ່ວສັງຄົມ.


ທ່ານຈ້າວລີ້ຈ່ຽວກ່າວເນັ້ນໜັກວ່າ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ສະເໜີທັດສະນະຄວາມໝັ້ນຄົງແຫ່ງຊາດກວມລວມ, ລິເລີ່ມສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ເນັ້ນໜັກເຖິງຄວາມປອດໄພສ່ວນຕົວກັບຄວາມໝັ້ນຄົງແຫ່ງຊາດຮ່ວມກັນເປັນເອກະພາບກັນ, ເຊິ່ງສະແດງໃຫເຫັນເຖິງຄວາມຮັບຜິດຊອບຂອງປະເທດໃຫຍ່, ແລະສ່ອງແສງເຖິງຄວາມປາຖະໜາອັນຈິງໃຈຂອງປະຊາຊົນຈີນ.