ການຮ່ວມມືແລະການແລກປ່ຽນດ້ານວິທະຍາສາດເຕັກນິກລະຫວ່າງຈີນກັບຣັດເຊຍພວມດຳເນີນໄປຢ່າງເປັນປົກກະຕິ

2022-04-16 14:12:50 cri


ວັນທີ 15 ເມສານີ້, ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມຂອງນັກຂ່າວໃນກອງປະຊຸມຖະແຫຼງຂ່າວວ່າ: ປັດຈຸບັນ, ການຮ່ວມມືແລະການແລກປ່ຽນດ້ານວິທະຍາສາດເຕັກນິກລະຫວ່າງຈີນກັບຣັດເຊຍພວມດຳເນີນໄປຢ່າງເປັນປົກກະຕິ, ສອງຝ່າຍຈະສືບຕໍ່ຍຶດໝັ້ນແນວຄວາມຄິດທີ່ມີໄມຕີຈິດມິດຕະພາບຕໍ່ກັນທຸກເຊັ່ນຄົນ ແລະຮ່ວມມືກັນແບບຕ່າງຝ່າຍຕ່າງມີຜົນປະໂຫຍດ, ຊຸກຍູ້ການຮ່ວມມືທີ່ກ່ຽວຂ້ອງຢ່າງຕິດແທ້ຕົວຈິງ.

ທ່ານຈ້າວລີ້ຈ່ຽນກ່າວວ່າ: ການຮ່ວມມືດ້ານວິທະຍາສາດເຕັກນິກແມ່ນພາກສ່ວນສຳຄັນໃນການຮ່ວມມືທີ່ຕິດແທ້ຕົວຈິງລະຫວ່າງຈີນກັບຣັດເຊຍ, ໄດ້ຮັກສາທ່າອ່ຽງທີ່ດີມາໂດຍຕະຫຼອດໃນຫຼາຍປີມານີ້. ປີ 2020 ຫາປີ 2021, ສອງຝ່າຍໄດ້ຈັດກິດຈະກຳປີປະດິດສ້າງໃໝ່ດ້ານວິທະຍາສາດເຕັກນິກຢ່າງສຳເລັດຜົນ ແລະໄດ້ປະຕິບັດກິດຈະກຳການຮ່ວມມືແລະການແລກປ່ຽນ 1000 ກວ່າເທື່ອຢ່າງມີລັກສະນະສ້າງສັນ ເຊິ່ງໄດ້ຮັບຜົນງານທີ່ອຸດົມສົມບຸນຕ່າງໆ ເພື່ອເປັນຈຸດເລີ່ມຕົ້ນໃໝ່ໃນການຮ່ວມມືຕໍ່ໄປພາຍໜ້າ ແລະໄດ້ຢັ້ງຢືນອີກຄັ້ງໜຶ່ງວ່າ: ການຮ່ວມມືດ້ານວິທະຍາສາດເຕັກນິກລະຫວ່າງສອງປະເທດມີກຳລັງບົ່ມຊ້ອນຫຼາຍ ແລະມີອະນາຄົດທີ່ດີ.