ຈີນບໍ່ມີຄວາມສົນໃຈຈະທ້າທາຍໃຜຫຼືເຂົ້າແທນໃຜ

2022-04-16 14:48:56 cri



  ຕໍ່ກັບຖ້ອຍຄວາມຂອງເຈົ້າໜ້າທີ່ອາເມຣິກາທີ່ກ່າວວ່າ ປະເທດຈີນມີເຈດຕະນາ ຢາກລື່ນກາຍອາເມຣິກາໃນຂົງເຂດຕ່າງໆ,ທ່ານຈ້າວລີ້ຈ່ຽນ ໂຄສົກກະຊວງການຕ່າງປະເທດຈີນໄດ້ກ່າວເນັ້ນໜັກໃນກອງປະຊຸມຖະແຫຼງຂ່າວໃນວັນທີ 15 ເມສານີ້ ວ່າ:ການພັດທະນາຂອງປະເທດຈີນມີແຕ່ຢາກໃຫ້ປະຊາຊົນຈີນມີຊີວິດການເປັນຢູ່ທີ່ດີກວ່າເກົ່າ,ຈີນບໍ່ມີຄວາມສົນໃຈຈະທ້າທາຍໃຜຫຼືເຂົ້າແທນໃຜ.


  ມີຂ່າວລາຍງານວ່າ:ຫວ່າງມໍ່ໆນີ້,ທ່ານວິນລຽມ ໂຈເຊັບ ເບີນສ ຫົວໜ້າກົມ ຊີໄອເອອາເມຣິກາໄດ້ກ່າວຄຳປາໄສຢ່າງເປີດເຜີຍເປັນຄັ້ງທຳອິດໃນໄລຍະດຳລົງຕຳແໜ່ງໂດຍກ່າວວ່າ ປະເທດຈີນແມ່ນຄູ່ແຂ່ງທີ່ເຂັ້ມແຂງທີ່ມີໃຈໃຫຍ່ໄຝ່ສູງ ແລະຄວາມສາມາດໂດຍມີເຈດຕະນາຢາກລື່ນກາຍອາເມຣິກາໃນຂົງເຂດຕ່າງໆ, ພ້ອມທັງມີເຈດຕະນາຢາກເຂົ້າແທນອາເມຣິກາກາຍເປັນອະພິມະຫາປະເທດຢູ່ ພາກພື້ນອິນເດຍ-ປາຊິຟິກ.


  ຕໍ່ກັບເລື່ອງນີ້,ທ່ານຈ້າວລີ້ຈ່ຽນກ່າວວ່າ:


  “ໃນເວລາດົນນານມານີ້,ອາເມຣິກາໄດ້ປັ້ນແຕ່ງຖ້ອຍຄວາມ ‘ປະເທດຈີນເປັນ ໄພຂົ່ມຂູ່’ຫຼາຍໂພດມາແລ້ວ,ໄດ້ສາດນ້ຳເປື້ອນຫຼາຍໂພດໃສ່ປະເທດຈີນ,ແຕ່ຄຳຂີ້ຕົວະຈະເວົ້າເປັນພັນເທື່ອກໍ່ບໍ່ສາມາດກາຍເປັນສັດຈະທຳໄດ້,ປະຊາຊົນໃນໂລກມີຄວາມຄິດຄວາມເຫັນທີ່ຍຸຕິທຳຕໍ່ການພັດທະນາໂດຍສັນຕິແລະການປະກອບສ່ວນເຂົ້າໃນໂລກຂອງປະເທດຈີນ.ອາເມຣິກາເປີດປ່າວຂ່າວຂີ້ຕົວະເທື່ອແລ້ວເທື່ອອີກ ໃນວິກິດການອູແກຣນ,ໃສ່ຮ້າຍປ້າຍສີແລະນິນທາປະເທດຈີນຕາມລຳພັງໃຈ,ຍຸ ແຫຍ່ແບ່ງແຍກສາຍພົວພັນລະຫວ່າງຈີນ-ຣັດເຊຍ,ຈຸດປະສົງກໍ່ແມ່ນຢາກຫັນຍ້າຍຄວາມຂັດແຍ້ງ,ຍຸແຫຍ່ໃຫ້ເປັນປໍລະປັກກັນເພື່ອສວຍໂອກາດສະແຫວງຫາຜົນປະໂຫຍດ.ຝ່າຍອາເມຣິກາຄວນສຳຫຼວດຄືນຄວາມຮັບຜິດຊອບຂອງຕົນທີ່ມີຕໍ່ການ ເກີດຂຶ້ນແລະເລື່ອນຊັ້ນຂຶ້ນຢ່າງບໍ່ຢຸດຢັ້ງຂອງວິກິດການອູແກຣນ.”