ຍານອະວະກາດເສີນໂຈ່ວ 13 ລົງຈອດຢູ່ໜ້າດິນຢ່າງສຳເລັດຜົນ

2022-04-16 11:45:52 cri



  ຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນແຈ້ງໃຫ້ຮູ້ວ່າ:ເວລາ 9 ໂມງ 56 ນາທີຂອງວັນທີ 16 ເມສາປີ 2022 ຕາມເວລາປັກກິ່ງ,ແຄັບຊຸນ ຍານອະວະກາດບັນທຸກຄົນເສີນໂຈ່ວ 13 ໄດ້ລົງຈອດຢູ່ເດີ່ນຈອດຕົ່ງເຟີງຢ່າງ ສຳເລັດຜົນ,ພະນັກງານການແພດຢູ່ສະຖານທີ່ລົງຈອດໄດ້ຢືນຢັນທ່ານຈາຍຈື້ກ່າງ ທ່ານນາງວ່າງຢ້າຜີງແລະທ່ານເຢ້ກວ່າງຟູ ນັກບິນອະວະກາດທັງ 3 ທ່ານມີ ສະພາບຮ່າງກາຍທີ່ດີງາມ,ໜ້າທີ່ການບິນອະວະກາດບັນທຸກຄົນຂອງຍານອະວະກາດເສີນໂຈ່ວ 13 ໄດ້ປະສົບຜົນສຳເລັດຢ່າງຈົບງາມ.



  ຍານອະວະກາດບັນທຸກຄົນເສີນໂຈ່ວ 13 ໄດ້ສົ່ງຂຶ້ນສູ່ອະວະກາດຢູ່ສູນຍິງສ່ົງ ດາວທຽມຈີວສວນໃນວັນທີ 16 ຕຸລາປີ 2021,ຕໍ່ມາໄດ້ເຊື່ອມຕໍ່ກັບຫ້ອງໂມດຸນ ແກນກາງ ຫຼື core module ທຽນເຫີ,ນັກບິນອະວະກາດ 3 ທ່ານໄດ້ເຂົ້າ ປະຈຳຢູ່ຫ້ອງແກນກາງເປັນເວລາ 6 ເດືອນເຊິ່ງໄດ້ສ້າງສະຖິຕິໃໝ່ທີ່ນັກບິນ ອະວະກາດຈີນບິນຕາມວົງໂຄຈອນຢ່າງຕໍ່ເນື່ອງເປັນເວລາດົນທີ່ສຸດ.



  ການທີ່ໜ້າທີ່ການບິນອະວະກາດບັນທຸກຄົນຂອງຍານອະວະກາດເສີນໂຈ່ວ 13 ໄດ້ປະສົບຜົນສຳເລັດຢ່າງຈົບງາມ ໄດ້ເປັນຂີດໝາຍສະແດງໃຫ້ເຫັນວ່າ, ການທົດສອບເຕັກນິກຂໍກະແຈຂອງສະຖານີອະວະກາດໄດ້ປະສົບຜົນສຳເລັດຢ່າງຈົບງາມໃນດ້ານໜ້າທີ່ຂັ້ນຕອນ,ສະຖານີອະວະກາດຂອງຈີນຈະກ້າວເຂົ້າສູ່ຂັ້ນ ຕອນການປະກອບສ້າງໃນໄວໆນີ້.