ສະຫະພັນໂບລິວາເພື່ອປະຊາຊົນທະວີບອາເມຣິກາກ່າວປະນາມບົດລາຍງານສິດທິມະນຸດອາເມຣິກາໄດ້ແຊກແຊງວຽກງານພາຍໃນຂອງປະເທດອື່ນ

2022-04-17 13:43:26 CRI

     ວັນທີ 15 ເມສານີ້, ສະຫະພັນໂບລິວາເພື່ອປະຊາຊົນທະວີບອາເມຣິກາຫຼື ALBA ໄດ້ອອກຖະແຫຼງການຜ່ານທາງເວັບໄຊທາງການຂອງຕົນ ໂດຍກ່າວປະນາມຢ່າງຮຸນແຮງຕໍ່ກະຊວງການຕ່າງປະເທດອາເມຣິກາທີ່ໄດ້ປະກາດ“ບົດລາຍງານສິດທິມະນຸດຂອງປະເທດຕ່າງໆປີ 2021”ໃນວັນທີ 12 ເມສານີ້ ແລະເຫັນວ່າ ບົດລາຍງານດັ່ງກ່າວໄດ້ແຊກແຊງວຽກງານພາຍໃນຂອງປະເທດອື່ນຢ່າງບັງອາດ.




     ຖະແຫຼງການລະບຸວ່າ: ALBA ບໍ່ສາມາດຮັບຮອງບົດລາຍງານສິດທິມະນຸດທີ່ອາເມຣິກາປະກາດແຕ່ຝ່າຍດຽວໄດ້. ອາເມຣິກາໄດ້ຈັດຕັ້ງປະຕິບັດການປິດລ້ອມທາງດ້ານເສດຖະກິດ ການເງິນ ແລະການຄ້າຢ່າງຜິດກົດໝາຍເປັນເວລາ 60 ປີຕໍ່ປະເທດໜຶ່ງຂອງພາກພື້ນອາເມຣິກາລາຕິນ ຄື ກູບາ. ໂດຍສະເພາະພາຍໃຕ້ສະພາບການແຜ່ລະບາດຂອງພະຍາດໂຄວິດ-19, ອາເມຣິກາຍັງໄດ້ປະຕິບັດການລົງໂທດແບບລັດທິຝ່າຍດຽວຢ່າງບໍ່ຢຸດຢັ້ງ, ທັງນີ້ໄດ້ລ່ວງລະເມີດສິດທິມະນຸດຂອງປະຊາຊົນປະເທດອື່ນຢ່າງໜັກໜ່ວງ.