ເລີ່ມກໍ່ສ້າງໂຄງການສາງເກັບຮັກສາວັກຊີນແຊ່ເຢັນທີ່ຈີນຊ່ວຍເຫຼືອເອຢິບ

2022-04-17 15:53:50 cri

 

ຕາມຂ່າວCRI: ວັນທີ 16 ເມສານີ້, ສະຖານທູດຈີນປະຈຳເອຢິບແຈ້ງຂ່າວວ່າ, ພິທີລົງມືກໍ່ສ້າງໂຄງການສາງເກັບຮັກສາວັກຊີນແຊ່ເຢັນທີ່ບໍລິສັດຊີໂນແວກ ຈີນຊ່ວຍເຫຼືອເອຢິບໄດ້ຈັດຂຶ້ນໄດ້ຈັດພິທີເລີ່ມກໍ່ສ້າງໃນວັນທີ 14 ເມສານີ້. ທ່ານກາຟາ, ລັດຖະມົນຕີກະຊວງການສຶກສາຊັ້ນສູງແລະການຄົ້ນຄວ້າວິທະຍາສາດແຫ່ງເອຢິບທັງເປັນຜູ້ວ່າການແທນລັດຖະມົນຕີກະຊວງສາທາລະນະສຸກເອຢິບໄດ້ເຂົ້າຮ່ວມພິທີແລະກ່າວວ່າ, ສາງເກັບຮັກສາວັກຊີນແຊ່ເຢັນທີ່ທັນສະໄໝທີ່ຊ່ວຍເຫຼືອກໍ່ສ້າງ ໂດຍບໍລິສັດຊີໂນແວກວັກຈີນນີ້, ຈະຍົກລະດັບຄວາມສາມາດດ້ານການເກັບຮັກສາຜະລິດ, ການສະສົມແລະການແຈກຢາຍວັກຊີນຂອງເອຢິບໃຫ້ສູງຂຶ້ນ. ທ່ານກາຟາ ໄດ້ສະແດງຄວາມຂອບໃຈນຳລັດຖະບານແລະປະຊາຊົນຈີນທີ່ໄດ້ໃຫ້ການສະໜັບສະໜູນແລະການຊ່ວຍເຫຼືອເປັນເວລາດົນນານຕໍ່ການພັດທະນາວຽກງານສາທາລະນະສຸກຂອງເອຢິບ.

 

ໂຄງການສາງເກັບຮັກສາວັກຊີນແຊ່ເຢັນດັ່ງກ່າວແມ່ນຮັບເໝົາກໍ່ສ້າງໂດຍບໍລິສັດການກໍ່ສ້າງຫຸ້ນສ່ວນຈຳກັດຈີນສາຂາເອຢິບ, ກວມເນື້ອທີ່ 2.800 ຕາມັດ, ພາຍຫຼັງໄດ້ສ້າງສຳເລັດແລ້ວສາມາດເກັບຮັກສາວັກຊີນ 150 ລ້ານຫຼອດ.