ວິສາຫະກິດສູນກາງຈີນດຳເນີນງານເປັນຢ່າງດີໃນຕົ້ນປີ 2022 ສ້າງລາຍຮັບຈາກການທຸລະກິດເຖິງ 9.000 ຕື້ຢວນໃນໄຕມາດທຳອິດ

2022-04-17 15:51:35 cri

 

ຕາມຂ່າວCRI: ວັນທີ 16 ເມສານີ້, ຄະນະກຳມະການຕິດຕາມຄຸ້ມຄອງຊັບສິນຂອງລັດຂອງຄະນະລັດ ຖະບານຈີນໄດ້ຈັດກອງປະຊຸມຜ່ານທາງວິດີໂອ, ໂດຍໄດ້ແຈ້ງສະພາບກ່ຽວກັບການເຄື່ອນໄຫວທາງດ້ານເສດຖະກິດຂອງວິສາຫະກິດສູນກາງຈີນໃນໄຕມາດທຳອິດປີນີ້, ວິເຄາະສະຖານະການ, ຈັດວາງວຽກງານຢ່າງໜັກແໜ້ນ, ລະດົມແລະຈັດວາງອີກເທື່ອໃໝ່ຕໍ່ວຽກງານ ສຳຄັນໃນປີນີ້. ນັກຂ່າວໄດ້ຮັບຊາບຈາກກອງປະຊຸມຄັ້ງນີ້ວ່າ, ໃນໄຕມາດທຳອິດປີ 2022 ນີ້, ປະສິດທິຜົນທາງດ້ານເສດຖະກິດຂອງວິສາຫະກິດສູນກາງໄດ້ເຕີບໂຕຂຶ້ນຢ່າງວ່ອງໄວ, ສ້າງລາຍຮັບຈາກການທຸລະກິດ ເຖິງ 9.000 ຕື້ຢວນ, ໄດ້ເພີ່ມຂຶ້ນ 15,4% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ຍອດມູນຄ່າກຳໄລມີເຖິງ 617,9 ຕື້ຢວນ, ໄດ້ເພີ່ມຂຶ້ນ 14,6% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້, ແລະມກຳໄລສຸດທິເຖິງ 472,3 ຕື້ຢວນ, ໄດ້ເພີ່ມຂຶ້ນ 13,7% ເມື່ອທຽບກັບ ໄລຍະດຽວກັນຂອງປີກາຍນີ້; ໄດ້ເສຍພາສີ 734,8 ຕື້ຢວນ, ໄດ້ເພີ່ມຂຶ້ນ 20,9% ເມື່ອທຽບກັບໄລຍະດຽວກັນຂອງປີກາຍນີ້.