ຈຸບິນອະວະກາດເສີນໂຈ່ວ 13 ຂອງຈີນເດີນທາງເຖິງນະຄອນຫຼວງປັກກິ່ງດ້ວຍຄວາມປອດໄພ

2022-04-17 17:04:21 cri


      ຕາມຫ້ອງການໂຄງການການບິນອະວະກາດບັນທຸກມະນຸດຂອງຈີນແຈ້ງໃຫ້ຮູ້ວ່າ: ທ່ານ ໄຈຈື້ກ່າງ, ນາງ ຫວາງຢ້າຜິງ ແລະທ່ານ ເຢ້ກວ່າງຟູ້ ນັກບິນອະວະກາດຈີນທີ່ໄດ້ສຳເລັດໜ້າທີ່ການບິນຂອງຍານອະວະກາດບັນທຸກມະນຸດເສີນໂຈ່ວ 13 ຢ່າງຈົບງາມ ໄດ້ເດີນທາງເຖິງນະຄອນຫຼວງປັກກິ່ງຢ່າງປອດໄພດ້ວຍເຮືອບິນສະເພາະວຽກໃນຕອນບ່າຍວັນທີ 16 ເມສານີ້. ຫົວໜ້າແລະສະມາຊິກຂອງກອງບັນຊາການໃຫຍ່ໜ້າທີ່ການບິນອະວະກາດໄລຍະສະຖານີອະວະກາດໄດ້ໄປຕ້ອນຮັບຢູ່ສະໜາມບິນ.


      ຫຼັງຈາກນັກບິນອະວະກາດ 3 ທ່ານເດີນທາງເຖິງນະຄອນຫຼວງປັກກິ່ງແລ້ວຈະເຂົ້າສູ່ໄລຍະກັກບໍລິເວນທາງການແພດ, ເພື່ອດຳເນີນການກວດກາທາງການແພດແລະການປະເມີນສຸຂະພາບຢ່າງຮອບດ້ານຕໍ່ພວກທ່ານພ້ອມທັງຈັດວາງໃຫ້ພັກຜ່ອນ.