ລົມພາຍຸເຂດຮ້ອນ “ເມກີ” ເຮັດໃຫ້ຈຳນວນປະຊາຊົນຟີລິບປິນເສຍຊີວິດເພີ່ມຂຶ້ນເປັນ 167 ຄົນ

2022-04-17 17:07:27 cri



      ຄະນະກຳມະການຫຼຸດໄພພິບັດແຫ່ງຊາດຟີລິບປິນໄດ້ອອກຖະແຫຼງການໃນວັນທີ 16 ເມສານີ້ວ່າ: ນັບແຕ່ລົມພາຍຸເຂດຮ້ອນ “ເມກີ” ໄດ້ຂຶ້ນບົກຈາກແຂວງເລເຕທາງພາກກາງຟີລິບປິນໃນວັນທີ 10 ເມສານີ້ເປັນຕົ້ນມາ,ໄດ້ສົ່ງຜົນເຮັດໃຫ້ເກີດໄພນ້ຳຖ້ວມ,ດິນພູເຈື່ອນແລະໄພພິບັດອື່ນໆ ເຊິ່ງເຮັດໃຫ້ເສຍຊີວິດໄປແລ້ວ 167 ຄົນ, ຫາຍສາບສູນ 110 ຄົນ.


      ຄະນະກຳມະການຫຼຸດໄພພິບັດແຫ່ງຊາດຟີລິບປິນໄດ້ເປີດເຜີຍຂໍ້ມູນຫຼ້າສຸດໂດຍສະແດງໃຫ້ເຫັນວ່າ: ຍ້ອນໄດ້ຮັບຜົນກະທົບຈາກລົມພາຍຸເຂດຮ້ອນ “ເມກີ”, 10 ກວ່າແຂວງຢູ່ພາກກາງແລະພາກໃຕ້ຂອງຟີລິບປິນໄດ້ປະສົບໄພ, ຈຳນວນຄົນປະສົບໄພມີຫຼາຍກວ່າ 1,93 ລ້ານຄົນ, ມີເກືອບ 2,1 ແສນຄົນໄດ້ຮັບການຍົກຍ້າຍໄປບ່ອນປອດໄພ. ໄພດິນພູເຈື່ອນເຮັດໃຫ້ທາງຫຼວງຫຼາຍສາຍແລະຂົວຫຼາຍແຫ່ງຖືກທຳລາຍແລະບໍ່ສາມາດແລ່ນລົດໄດ້,ເຮັດໃຫ້ການເຄື່ອນໄຫວກູ້ໄພຊ່ວຍເຫຼືອມີຄວາມຫຍຸ້ງຍາກເພີ່ມຂຶ້ນ.