ທ່ານຣາຈາ ເປີວາຍ ອັສຣາຟໄດ້ຮັບການເລືອກຕັ້ງເປັນປະທານສະພາຕ່ຳ ປາກີສະຖານ

2022-04-17 15:52:53 cri

 

ຕາມຂ່າວCRI: ວັນທີ 16 ເມສານີ້, ສະພາຕ່ຳປາກີສະຖານໄດ້ເລືອກຕັ້ງທ່ານາຈາ ເປີວາຍ ອັສຣາຟເປັນ ປະທານ ສະພາຕ່ຳຄົນໃໝ່, ໂດຍເຂົ້າແທນທ່ານອາຊັດ ຄາຍເຊີທີ່ໄດ້ລາອອກຈາກຕຳແໜ່ງໃນ ຫວ່າງບໍ່ດົນມານີ້.

 

ທ່ານຣາຊາ ເປີວາຍ ອັສຣາຟແມ່ນສະມາຊິກສະພາຕ່່ຳທີ່ມາຈາກພັກປະຊາຊົນປາກີສະຖານ. ໃນວັນທີ 16 ເມສານີ້, ທ່ານຊາດາ ອາຢາສ ຊາດິຄ, ສະມາຊິກສະພາທີ່ມາຈາກສະຫະພັນມຸສລິນປາກີສະຖານເຊິ່ງເປັນປະທານຂອງກອງປະຊຸມສະພາຕ່ຳໄດ້ປະກາດວ່າ, ທ່ານາຈາ ເປີວາຍ ອັສຣາຟ, ເຊິ່ງເປັນຜູ້ສະໝັກຮັບເລືອກຕັ້ງພຽງຄົນດຽວໄດ້ຮັບການເລືອກຕັ້ງເປັນປະທານສະພາຕ່ຳຄົນໃໝ່, ບໍ່ຕ້ອງປ່ອນບັດແລະນັບບັດ.