ຍານອະວະກາດບັນທຸກຄົນຂອງຈີນໄດ້ນຳໃຊ້ວິທີ“ກັບບ້ານ”ຢ່າງວ່ອງໄວເປັນຄັ້ງທຳອິດ

2022-04-17 13:47:05 CRI


     ເວລາ 9 ໂມງ 56 ນາທີຂອງວັນທີ 16 ເມສານີ້, ຍານກັບຄືນຫຼືແຄບຊູນຂອງຍານອະວະກາດເສີນໂຈ່ວ 13 ໄດ້ລົງຈອດຢູ່ສະໜາມຕົ່ງເຟິ່ງທາງພາກເໜືອຈີນທີ່ໃຊ້ສຳລັບການລົງຈອດຂອງຍານອະວະກາດຢ່າງສຳເລັດຜົນ. ຈາກການແຍກອອກຈາກຫ້ອງແກ່ນກາງຫຼືໂມດູນທ່ຽນເຮີຂອງສະຖານີອະວະກາດ ຮອດການກັບຄືນຮອດໜ້າດິນ, ໃຊ້ພຽງແຕ່ 9 ຊົ່ວໂມງປາຍເທົ່ານັ້ນ, ຍານອະວະກາດບັນທຸກຄົນຂອງຈີນໄດ້ນຳໃຊ້ວິທີ“ກັບບ້ານ”ຢ່າງວ່ອງໄວເປັນຄັ້ງທຳອິດ.


     ທ່ານ ເພິງຮວາຄ່າງ ຜູ້ອອກແບບລວມຂອງລະບົບຍານອະວະກາດບັນທຸກຄົນຂອງກຸ່ມບໍລິສັດວິທະຍາສາດເຕັກໂນໂລຊີການບິນອະວະກາດຈີນຫຼື CASC ທັງເປັນຜູ້ຮັບຜິດຊອບທາງດ້ານເຕັກນິກການທົດລອງວິທີກັບຄືນຂອງຍານອະວະກາດເສີນໂຈ່ວ 13 ໄດ້ແນະນຳໃຫ້ຮູ້ວ່າ: ພາຍຫຼັງໄດ້ນຳໃຊ້ວິທີກັບຄືນຢ່າງວ່ອງໄວແລ້ວ, ນັກບິນອະວະກາດຈະກັບຄືນໄວກວ່າເກົ່າ ແລະສະບາຍກວ່າເກົ່າ.


     ວິທີກັບຄືນຢ່າງວ່ອງໄວ ໝາຍຄວາມວ່າໄດ້ຫຼຸດຈຳນວນຮອບຂອງການບິນອ້ອມໜ່ວຍໂລກຕາມວົງໂຄຈອນຂອງຍານໃຫ້ໜ້ອຍລົງ. ພາຍຫຼັງຍານອະວະກາດບັນທຸກຄົນໄດ້ອອກຈາກສະຖານີອະວະກາດແລ້ວ, ຕ້ອງບິນອ້ອມໜ່ວຍໂລກຫຼາຍຮອບ, ແລ້ວເລືອກເອົາໂອກາດເຂົ້າສູ່ອາກາດໜ່ວຍໂລກ ແລະກັບຄືນສູ່ໜ່ວຍໂລກ.