ຜົນການຢັ່ງປະຊາມະຕິຂອງອັງກິດທີ່ສະໜັບສະໜູນການລົງໂທດຣັດເຊຍໄດ້ຫຼຸດລົງຢ່າງຫຼວງຫຼາຍ

2022-04-18 17:10:10 cri

ຕາມການຢັ່ງປະຊາມະຕິຂອງອັງກິດຄັ້ງຫຼ້າສຸດສະແດງໃຫ້ເຫັນວ່າ: ໃນຂະນະທີ່ປະເຊີນໜ້າກັບລາຄາເຊື້ອໄຟຖີບຕົວສູງຂຶ້ນຢ່າງຕໍ່ເນື່ອງ, ແນວຄິດຂອງປະຊາຊົນອັງກິດທີ່ສະໜັບສະໜູນການລົງໂທດຣັດເຊຍ ໄດ້ຫຼຸດລົງ

ຢ່າງຫຼວງຫຼາຍ.

ຕາມຜົນການຢັ່ງປະຊາມະຕິທີ່ເປີດເຜີຍໂດໜັງສືພິມ The Daily Telegraph ໃນວັນທີ 16 ເມສານີ້ສະແດງໃຫ້ເຫັນວ່າ: ອັດຕາຜູ້ຕອບແບບສອບຖາມທີ່ຍອມຮັບລາຄາເຊື້ອໄຟທີ່ສູງກວ່າເກົ່າຍ້ອນຝ່າຍຕາເວັນຕົກລົງໂທດຣັດເຊຍນັ້ນ ໄດ້ຫຼຸດລົງຈາກ 50% ໃນເດືອນມີນາທີ່ຜ່ານມາ ເປັນ 36% ໃນປັດຈຸບັນ ເຊິ່ງໄດ້ຫຼຸດລົງ 14%.

ການຢັ່ງປະຊາມະຕິດັ່ງກ່າວໄດ້ເຮັດຂຶ້ນໃນວັນທີ 13 ເມສານີ້. ໃນມື້ດຽວກັນ, ກົມສະຖິຕິແຫ່ງຊາດອັງກິດໄດ້ເປີດເຜີຍຂໍ້ມູນໂດຍສະແດງໃຫ້ເຫັນວ່າ: ດັດຊະນີລາຄາຜູ້ບໍລິໂພກ ຫຼື CPI ຂອງອັງກິດໃນເດືອນມີນາທີ່ຜ່ານມາ ໄດ້ເພີ່ມຂຶ້ນ 7% ເມື່ອທຽບກັບໄລຍະດຽວກັນຂອງປີທີ່ຜ່ານມາ, ເປັນສະຖິຕິສູງສຸດນັບແຕ່ເດືອນມີນາປີ 1992 ເປັນຕົ້ມາ. ຜົນການຢັ່ງປະຊາມະຕິດັ່ງກ່າວສະແດງໃຫ້ເຫັນວ່າ: 54% ຂອງຜູ້ຕອບແບບສອບຖາມເຫັນວ່າ: ໃນ 1 ປີມານີ້, ສະພາບການເງິນຂອງຕົນໄດ້ຫຼຸດລົງ ເຊິ່ງໄດ້ຫຼຸດລົງເຖິງ 12% ເມື່ອທຽບກັບສອງເດືອນກ່ອນ; 62% ຂອງຜູ້ຕອບແບບສອບຖາມຍັງຄາດຄະເນວ່າ: ໃນໄລຍະ 1 ປີຕໍ່ໜ້າ, ສະພາບການເງິນຂອງຕົນຈະຫຼຸດລົງອີກ.