GDP ຂອງຈີນໃນໄຕມາດທີ 1 ປີ 2022 ເຕີບໂຕ 4,8% ເມື່ອທຽບກັບໄລຍະດຽວກັນປີກາຍນີ້

2022-04-18 19:33:22 cri

 

ໃນໄຕມາດທີ 1 ປີ 2022, ໂດຍຜະເຊີນໜ້າກັບການທົດສອບຈາກຫຼາຍດ້ານ ເຊັ່ນ: ສະຖານະການສາກົນນັບມື້ນັບສະຫຼັບສັບຊ້ອນ ແລະ ຂ້ຽວຂາດ ພ້ອມດ້ວຍສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດຈີນເກີຂຶ້ນເລື້ອຍໆ, ເສດຖະກິດແຫ່ງຊາດຈີນໄດ້ສືບຕໍ່ຮັກສາທ່ວງທ່າການຟື້ນຟູ ແລະ ການພັດທະນາ, ການເຄື່ອນໄຫວທາງເສດຖະກິດມີຄວາມໝັ້ນທ່ຽງໂດຍລວມ. ອີງຕາມຕົວເລກທີ່ອົງການສະຖິຕິແຫ່ງຊາດຈີນປະກາດໃນວັນທີ 18 ເມສານີ້, ໃນໄຕມາດທີ 1 ປີ 2022, GDP ຂອງຈີນໄດ້ບັນລຸເຖິງ 27.017,8 ຕື້ຢວນ, ເຕີບໂຕ 4,8% ເມື່ອທຽບກັບໄລຍະດຽວກັນປີກາຍນີ້.