ຈີນຈະສ້າງສະຖານີອະວະກາດຂອງຕົນໃຫ້ສຳເລັດຜົນໃນປີ 2022 ນີ້

2022-04-18 15:37:50 CRI

ໃນກອງປະຊຸມຖະແຫຼງຂ່າວກ່ຽວກັບສະພາບຄວາມຄືບໜ້າຂອງການສ້າງສາສະຖານີອະວະກາດຈີນ ທີ່ຫ້ອງການຖະແຫຼງຂ່າວຄະນະລັດຖະບານຈີນຈັດຂຶ້ນໃນວັນທີ 17 ເມສານີ້ໄດ້ແຈ້ງໃຫ້ຮູ້ວ່າ: ປີນີ້, ຈີນຈະສ້າງສະຖານີອະວະກາດຂອງຕົນໃຫ້ສຳເລັດຜົນ.

ທ່ານຫ້າວສຸນ ຫົວໜ້າຫ້ອງການໂຄງການການບິນອະວະກາດບັນທຸກຄົນຂອງຈີນໄດ້ແນະນຳໃຫ້ຮູ້ວ່າ: ນັບແຕ່ປີ 2020 ເປັນຕົ້ນມາ, ຈີນໄດ້ປະຕິບັດພາລະກິດການບິນອະວະກາດໄດ້ 6 ຄັ້ງແລ້ວ, ແຕ່ລະຄັ້ງລ້ວນແຕ່ໄດ້ປະສົບຜົນສຳເລັດ ແລະ ໄດ້ບັນລຸເປົ້າໝາຍໃນຂັ້ນຕອນການທົດສອບເຕັກນິກສຳຄັນເປັນຂໍກະແຈຢ່າງຈົບງາມ ເຊິ່ງໄດ້ສ້າງພື້ນຖານອັນແໜ້ນແກ່ນ ໃຫ້ແກ່ການປະຕິບັດພາລະກິດໃນໄລຍະສ້າງສະຖານີອະວະກາດ.

ທ່ານຫ້າວສຸນກ່າວຕື່ມວ່າ: ປີນີ້, ຈີນຈະປະຕິບັດພາລະກິດການບິນອະວະກາດ 6 ຄັ້ງ ແລະ ຈະເຮັດໃຫ້ການສ້າງສະຖານີອະວະກາດຈີນຢູ່ວົງໂຄຈອນສຳເລັດຜົນ.