ວັນທີ 18 ເມສານີ້, ຄະນະກຳມະການຈັດງານວັນພາສາຈີນຂອງອົງການສະຫະປະຊາຊາດປີ 2022 ແລະເທດສະການວີດີໂອສາກົນຈີນຄັ້ງທີ 2 ທີ່ສະຖານີວິທະຍຸໂທສະພາບສູນກາງຈີນ ຫຼື CMG ຈັດຂຶ້ນ ໄດ້ປະກາດລາຍຊື່ຜູ້ທີ່ໄດ້ຮັບລາງວັນໃນການແຂ່ງຂັນວີດີໂອທີ່ມີຫົວຂໍ້ວ່າ: “ກະແສນິຍົມຈີນໃນສາຍຕາຂອງຊາວຕ່າງປະເທດ”. ຜ່ານການຕັດສິນຈາກກຳມະການທີ່ປະກອບດ້ວຍຜູ້ຊ່ຽວຊານຈາກວົງການຕ່າງໆທັງພາຍໃນ ແລະຕ່າງປະເທດ, ລວມມີຜົນງານ 14 ສາຍການໄດ້ຮັບລາງວັນ 9 ປະເພດ, ສ່ວນລາຍຊື່ຜູ້ທີ່ໄດ້ຮັບລາງວັນຈະປະກາດໃຫ້ຮູ້ຕາມຫຼັງ ແລະຜົນງານຈຳນວນໜຶ່ງຈະນຳໄປອອກລາຍການພິເສດກ່ຽວກັບວັນພາສາຈີນຂອງ CMG.
ຜົນງານທີ່ໄດ້ຮັບລາງວັນດັ່ງກ່າວ ແມ່ນໄດ້ຄັດເລືອກຈາກເກືອບ 950 ອັນທີ່ມາຈາກ 45 ປະເທດ ແລະເຂດແຄວ້ນໃນ 5 ທະວີບຂອງໂລກ.
ລາຍການພິເສດກ່ຽວກັບວັນພາສາຈີນຂອງອົງການສະຫະປະຊາຊາດປີ 2022 ແລະເທດສະການວີດີໂອສາກົນຈີນຄັ້ງທີ 2 ທີ່ຈັດຂຶ້ນໂດຍ CMG ຈະຖືກເຜີຍແຜ່ຜ່ານທາງຊ່ອງ CGTN, ແອັບ Yangshipin ແລະສື່ອື່ນໆຂອງ CMG ໃນວັນທີ 20 ເມສານີ້, ສ່ວນສື່ສັງຄົມອອນລາຍຂອງສຳນັກງານອົງການສະຫະປະຊາຊາດປະຈຳເຊີແນວ, ຄະນະຜູ້ຕາງໜ້າຈີນປະຈຳເຊີແນວ ແລະສື່ມວນຊົນເອີຣົບທີ່ມີການຮ່ວມມືກັບ CMG ຕ່າງກໍຈະນຳໄປອອກລາຍການຂອງຕົນ.