ອາເມຣິກາປະຕິບັດ “ນະໂຍບາຍຖ່ວງເວລາ” ໃນການເຈລະຈາກ່ຽວກັບບັນຫານິວເຄຼຍອີຣານ

2022-04-19 14:53:42 CRI

ວັນທີ 18 ເມສານີ້, ທ່ານຄາທິບ ຊາເດ ໂຄສົກກະຊວງການຕ່າງປະເທດອີຣານກ່າວວ່າ: ອາເມຣິກາໄດ້ປະຕິບັດ “ນະໂຍບາຍຖ່ວງເວລາ” ໃນການເຈລະຈາລະຫວ່າງຝ່າຍຕ່າງໆທີ່ກ່ຽວຂ້ອງກັບສັນຍາຮອບດ້ານວ່າດ້ວຍບັນຫານິວເຄຼຍອີຣານ, ອີຣານພວມລໍຖ້າອາເມຣິກາໃຫ້ຄຳຕອບຕາມຂໍ້ສະເໜີຂອງອີຣານໃນການແກ້ໄຂບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ.

ທ່ານຄາທິບ ຊາເດ ກ່າວໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນໃນມື້ດຽວກັນວ່າ: ອີຣານໄດ້ແລກປ່ຽນຂໍ້ມູນຂ່າວສານກັບອາເມຣິກາ ໂດຍຜ່ານທ່ານມາວຣາ ຜູ້ປະສານງານຂອງສະຫະພາບເອີຣົບ ທັງເປັນຮອງເລຂາທິການປະຈຳຕ້ອງການປະຕິບັດງານກັບຕ່າງປະເທດຂອງສະຫະພາບເອີຣົບ. ອີຣານໄດ້ຮ່ວມກັບຝ່າຍທີ່ກ່ຽວຂ້ອງກັບສັນຍາຮອບດ້ານກ່ຽວກັບບັນຫານິວເຄຼຍອີຣານ ເຊັ່ນ: ອັງກິດ, ຈີນ, ຝຣັ່ງ, ຣັດເຊຍ ແລະ ເຢຍລະມັນ ເພື່ອສຸມຄວາມພະຍາຍາມສຸດຂີດ, ແຕ່ປັດຈຸບັນ, ພວມລໍຖ້າອາເມຣິກາໃຫ້ຄຳຕອບທີ່ເໝາະສົມກ່ຽວກັບບັນຫາທີ່ສອງຝ່າຍໃຫ້ຄວາມສົນໃຈ.

ທ່ານຄາທິບ ຊາເດ ກ່າວຕື່ມວ່າ: ອາເມຣິກາໄດ້ປະຕິບັດ “ນະໂຍບາຍຖ່ວງເວລາ”, ແຕ່ປັດຈຸບັນນີ້, ການເຈລະຈາກ່ຽວກັບບັນຫານິວເຄຼຍອີຣານ “ບໍ່ມີບັນຍາກາດຫຍໍ້ທໍ້”, ຍັງມີພື້ນທີ່ສຳລັບສັນຍາຮອບດ້ານກ່ຽວກັບບັນຫານິວເຄຼຍອີຣານ.