ຈີນໄດ້ເປີດນຳໃຊ້ສວນພຶກສາຊາດແຫ່ງຊາດແຫ່ງທຳອິດຢ່າງເປັນທາງການ

2022-04-19 14:55:54 CRI

ຕອນເຊົ້າວັນທີ 18 ເມສານີ້, ຈີນໄດ້ເປີດນຳໃຊ້ສວນພຶກສາຊາດແຫ່ງຊາດແຫ່ງທຳອິດຢ່າງເປັນທາງການ.

ສວນພຶກສາຊາດແຫ່ງນີ້ຕັ້ງຢູ່ນະຄອນຫຼວງປັກກິ່ງ, ມີເນື້ອທີ່ທັງໝົດເກືອບ 600 ເຮັກຕາ ເຊິ່ງແບ່ງອອກເປັນສອງສ່ວນຄື ດ້ານໃຕ້ ແລະ ດ້ານເໜືອ. ດ້ານໃຕ້ທີ່ສ້າງຂຶ້ນໃນເນື້ອທີ່ຂອງສະຖາບັນຄົ້ນຄວ້າພຶກສາຊາດຂອງສະພາບັນດິດວິທະຍາສາດຈີນ ເຊິ່ງຈະດຳເນີນການທົດລອງດ້ານວິທະຍາສາດເຕັກນິກເປັນຕົ້ນຕໍ, ເນັ້ນໃສ່ການຄົ້ນຄວ້າວິທະຍາສາດພື້ນຖານກ່ຽວກັບພຶກສາຊາດ, ການອະນຸລັກຊີວະນາໆພັນ ແລະ ການຄົ້ນຄວ້າພັດທະນາເຕັກນິກຕົ້ນຕໍໃນການນຳໃຊ້ຊັບພະຍາກອນພືດ.

ຈີນມີດິນແດນທີ່ກວ້າງໃຫຍ່ໄພສານ, ມີພູມສັນຖານແລະດິນຟ້າອາກາດທີ່ຫຼາກຫຼາຍ, ມີພືດພັນຊະນິດຕ່າງໆທີ່ອຸດົມສົມບູນ, ມີພືດຊັ້ນສູງປະມານ 37.000 ຊະນິດ ແລະ ເປັນໜຶ່ງໃນປະເທດທີ່ມີພືດທີ່ອຸດົມສົມບູນທີ່ສຸດໃນໂລກ. ໂດຍຜ່ານຈາກການປະຕິບັດມາດຕະການຕ່າງໆມາເປັນເວລາຫຼາຍປີ, ການອະນຸລັກພືດປ່າຂອງຈີນໄດ້ປະສົບຜົນສຳເລັດຢ່າງຈະແຈ້ງ.

ການສ້າງສວນພຶກສາຊາດແຫ່ງຊາດຄັ້ງນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ: ການສ້າງລະບົບສວນພຶກສາຊາດແຫ່ງຊາດຂອງຈີນໄດ້ກ້າວເຂົ້າສູ່ໄລຍະໃໝ່ ແລະ ເປັນຕົວແທນໃຫ້ກັບຈີນໃນລະດັບສູງສຸດໃນການອະນຸລັກສະຖານທີ່ປູກພື້ນທີ່ນຳເອົາມາຈາກບ່ອນອື່ນ.