ໂຄສົກກະຊວງການຕ່າງປະເທດຈີນຕອບຄຳຖາມຂອງນັກຂ່າວກ່ຽວກັບເອກອັກຄະລັດຖະທູດຟີລິບປິນປະຈຳຈີນເຖິງແກ່ກຳຍ້ອນເຈັບປ່ວຍ

2022-04-19 17:43:00 CRI

ມີນັກຂ່າວຖາມວ່າ: ວັນທີ 18 ເມສານີ້, ຢູ່ນະຄອນຫຼວງປັກກິ່ງ, ທ່ານໂຈເຊ ຊັນຕີອາໂກ ຊີໂຕ ໂຣມານາ ເອກອັກຄະລັດຖະທູດຟີລິບປິນປະຈຳ ສປ ຈີນໄດ້ເຖິງແກ່ມໍລະນະກຳຍ້ອນເຈັບປ່ວຍ. ຈີນມີຄວາມເຫັນແນວໃດຕໍ່ເນື່ອງນີ້?

ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ຝ່າຍຈີນໄດ້ສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການມໍລະນະກຳຍ້ອນອາການເຈັບປ່ວຍຂອງທ່ານເອກອັກຄະລັດຖະທູດ. ທ່ານໂຈເຊ ຊັນຕີອາໂກ ຊີໂຕ ໂຣມານາ ເປັນຜູ້ທີ່ຮອບຮູ້ປະເທດຈີນດີ. ເຄີຍເຮັດວຽກແລະ ດຳລົງຊີວິດຢູ່ຈີນເປັນເວລາຍາວນານ, ເປັນເພື່ອນເກົ່າ ແລະ ເພື່ອນທີ່ດີຂອງປະເທດຈີນ. ພາຍຫຼັງທ່ານຂຶ້ນດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດຟີລິບປິນປະຈຳ ສປ ຈີນໃນປີ 2017 ເປັນຕົ້ນມາ, ທ່ານໄດ້ເຮັດວຽກດ້ວຍຄວາມຈູບຈ້າວຫ້າວຫັນ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຊຸກຍູ້ສາຍພົວພັນລະຫວ່າງສອງປະເທດ ແລະ ໄດ້ສ້າງມິດຕະພາບລະຫວ່າງປະຊາຊົນສອງຊາດ. ຝ່າຍຈີນຂໍສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ການມໍລະນະກຳຂອງທ່ານ, ພ້ອມທັງຂໍສະແດງຄວາມເຫັນໃຈ ແລະ ສົ່ງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈເຖິງຄອບຄົວຂອງທ່ານ. ພວກເຮົາຈະຮ່ວມກັບຄອບຄົວຂອງທ່ານ ແລະ ສະຖານທູດຟີລິບປິນປະຈຳ ສປ ຈີນ, ເຮັດວຽກທີ່ກ່ຽວຂ້ອງ ແລະ ຈະອຳນວຍຄວາມສະດວກຈົນສຸດຄວາມສາມາດ.