ວັນທີ 18 ເມສານີ້ຕາມເວລາທ້ອງຖິ່ນ, ປະເທດອີຣິເຕຣຍ ທີ່ເປັນປະເທດໃນທະວີບອາຟຣິກາຕາເວັນອອກ ໄດ້ອອກຖະແຫຼງການວ່າ: ສັນຍາກ່ຽວກັບການຮັບເອົາຊາວອົບພະຍົບຄືນໃໝ່ລະຫວ່າງຣູວັນດາ ກັບອັງກິດ ທີ່ເຊັນກັນໃນຫວ່າງມໍ່ໆມານີ້ ເປັນສັນຍາທີ່ເປັນໜ້າອັບອາຍ. ສັນຍາສະບັບນີ້ ມີຈຸດປະສົງເພື່ອອຳພາງຮາກເຫງົ້າຂອງບັນຫາການຄ້າມະນຸດ. ປະເທດຈຳນວນໜຶ່ງກຳລັງປະຕິບັດນະໂຍບາຍ “ຫຼຸດຈຳນວນປະຊາກອນແບບມີຍຸດທະສາດ” ໄປໄວ້ປະເທດອື່ນ ຍ້ອນມີຈຸດປະສົງດ້ານການເມືອງອັນມືດມົນ. ແຜນການນີ້ຖືກຄັດຄ້ານ ແລະຖືກກ່າວປະນາມຢ່າງຮຸນແຮງ. ແຜນການທີ່ໄຮ້ຄຳ ແລະໄຮ້ສິນທຳດັ່ງກ່າວ ເປັນການລໍ້ລວງປະເທດອາຟຣິກາໃຫ້ເປັນຜູ້ສົມຮູ້ຮ່ວມຄິດ ໂດຍຜ່ານການໃຫ້ເງິນເປັນສິ່ງຕອບແທນ.
ກ່ອນໜ້ານີ້ບໍ່ດົນ, ທ່ານບິຣູຕາ ລັດຖະມົນຕີກະຊວງການຕ່າງປະເທດຣູວັນດາ ໄດ້ຍ້ອງວ່າ: ສັນຍາສະບັບນີ້ເປັນວິທີພິເສດໃນການແກ້ໄຂວິກິດການຊາວອົບພະຍົບທົ່ວໂລກ; ທ່ານນາງປຣີຕິ ປາເຕວ ລັດຖະມົນຕີວຽກງານພາຍໃນອັງກິດກ່າວວ່າ: ແຜນການນີ້ຈະຊ່ວຍສ້າງບ່ອນຢູ່ອາໄສ ແລະສ້າງຊີວິດໃໝ່ໃຫ້ກັບຊາວອົບພະຍົບ.
ໃນຫວ່າງມໍ່ໆມານີ້, ອົງການສະຫະປະຊາຊາດເພື່ອຊາວອົບພະຍົບໄດ້ອອກຖະແຫຼງການສະບັບໜຶ່ງ ໂດຍໄດ້ເລັ່ງທວງໃຫ້ຣູວັນດາ ແລະອັງກິດ ພິຈາລະນາແຜນການດັ່ງກ່າວຄືນໃໝ່.