ເປີດໂສມຮູບກາຕູນ “ຊາງປາວ” ວັນພາສາຈີນ ສປຊ 2022 ຢ່າງເປັນທາງການ

2022-04-19 14:59:42 CRI

ວັນທີ 19 ເມສານີ້ຕາມເວລາທ້ອງຖິ່ນ, ສະຖານີວິທະຍຸໂທລະພາບສູນກາງຈີນ ຫຼື CMG ໄດ້ເປີດໂສມ “ຊາງປາວ” ທີ່ເປັນສັນຍາລັກຂອງວັນພາສາຈີນ ສປຊ ກໍຄືເທດສະການວິດີໂອສາກົນຄັັ້ງທີ 2. “ຊາງປາວ” ແມ່ນຮູບກາຕູນສິລິມຸງຄຸນທີ່ໄດ້ຮັບການຄັດເລືອກຈາກທົ່ວສັງຄົມ ແລະ ຈະເປັນສັກຂີພິຍານໃຫ້ແກ່ກິດຈະກຳວັນພາສາຈີນ ສປຊ ຄັ້ງທີ 13 ຮ່ວມກັບຜູ້ຊົມຊາວຈີນແລະຕ່າງປະເທດ.