ສະພາຄວາມໝັ້ນຄົງ ສປຊ ພິຈາລະນາບັນຫາສິດທິມະນຸດຢູ່ອູແກຼນ

2022-04-20 15:45:23 cri

ວັນທີ 19 ເມສານີ້ຕາມເວລາທ້ອງຖິ່ນ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ພິຈາລະນາບັນຫາສິດທິມະນຸດຢູ່ອູແກຼນ.

ທ່ານຈ່າງຈຸ່ນ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດກ່າວວ່າ: ການສູ້ຮົບກັນລະຫວ່າງຣັດເຊຍແລະອູແກຼນພາໃຫ້ເກີດມີໄພພິບັດດ້ານສິດທິມະນຸດທີ່ໜັກໜ່ວງແລະໄດ້ສົ່ງຜົນຮ້າຍອື່ນໆຕາມມາ, ຈີນສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ເລື່ອງນີ້. ຈີນມີຂໍ້ສະເໜີ 4 ຂໍ້ດັ່ງລຸ່ມນີ້: ໜຶ່ງ, ຄວນອອກແຮງຢ່າງສຸດຂີດເພື່ອຫຼຸດການທຳລາຍປະຊາຊົນທົ່ວໄປ. ສອງ, ຄວນແກ້ໄຂບັນຫາຊາວອົບພະຍົບຢ່າງເໝາະສົມ. ສາມ, ຄວນເລັ່ງລັດຊຸກຍູ້ການເຈລະຈາທາງການທູດ. ສີ່, ຄວນເອົາໃຈໃສ່ແລະຍົກເລີກຜົນກະທົບທາງລົບຈາກມາດຕະການລົງໂທດ.

ທ່ານຈ່າງຈຸ່ນ ກ່າວຕື່ມວ່າ: ຈີນຢືນຢູ່ໃນຝ່າຍສັນຕິພາບແລະຄວາມເປັນທຳແຕ່ຕົ້ນຕະຫຼອດປາຍ, ຢືນຢູ່ກັບຝ່າຍທີ່ໃຫ້ການສະໜັບສະໜູນຈຸດປະສົງແລະຫຼັກການຂອງກົດບັດສະຫະປະຊາຊາດ. ຈີນຈະສືບຕໍ່ສຸມຄວາມພະຍາຍາມຢ່າງບໍ່ລົດລະເພື່ອເຮັດໃຫ້ວິກິດການອູແກຼນໄດ້ຮັບການແກ້ໄຂໃນທີ່ສຸດ.