ອາເມຣິກາ, ອັງກິດ ແລະ ການາດາປະກາດຈະຊ່ວຍເຫຼືອອາວຸດຄັ້ງໃໝ່ ແກ່ອູແກຣນ

2022-04-20 11:00:18 CRI

ວັນທີ 19 ເມສານີ້ຕາມເວລາທ້ອງຖິ່ນ, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາ ໄດ້ພົບປະກັບທ່ານໂບຣິສ ຈອນສັນ ນາຍົກລັດຖະມົນຕີອັງກິດ ແລະ ທ່ານຈັສຕິນ ທຣູໂດ ນາຍົກລັດຖະມົນຕີການາດາ ຜ່ານທາງວິດີໂອ ໂດຍໄດ້ປຶກສາຫາລືກັນ ເພື່ອຮັບມືກັບການສູ້ຮົບກັນລະຫວ່າງຣັດເຊຍແລະອູແກຣນ. ຜູ້ນຳ 3 ປະເທດໄດ້ກ່າວວ່າ: ຈະສະໜອງອາວຸດແລະປືນໃຫຍ່ໃຫ້ແກ່ອູແກຣນຫຼາຍກວ່າເກົ່າ.

ວັນທີ 19 ເມສານີ້, ບຸກຄົນວົງໃນຫຼາຍທ່ານກ່າວວ່າ: ຄາດວ່າ, ໃນຫຼາຍມື້ຂ້າງໜ້ານີ້, ທ່ານໂຈ ໄບເດັນ ຈະປະກາດການຊ່ວຍເຫຼືອທາງການທະຫານແກ່ອູແກຣນອີກເທື່ອໃໝ່, ຂະໜາດຂອງການຊ່ວຍເຫຼືອຈະເທົ່າກັບການຊ່ວຍເຫຼືອທາງການທະຫານໃນອາທິດແລ້ວນີ້ ທີ່ມີມູນຄ່າ 800 ລ້ານໂດລາສະຫະລັດ. ຖ້າຂ່າວນີ້ເປັນຄວາມຈິງ, ການຊ່ວຍເຫຼືອທາງການທະຫານທີ່ອາເມຣິກາໃຫ້ແກ່ອູແກຣນຈະມີເຖິງ 3 ຕື້ໂດລາສະຫະລັດ ນັບແຕ່ເກີດມີການສູ້ຮົບກັນລະຫວ່າງຣັດເຊຍແລະອູແກຣນເປັນຕົ້ນມາ.