IMF ໄດ້ປັບຄາດໝາຍການເຕີບໂຕຂອງເສດຖະກິດທົ່ວໂລກໃນປີນີ້ລົງເປັນ 3,6%

2022-04-20 10:58:54 CRI

ວັນທີ 19 ເມສານີ້, ກອງທຶນເງິນຕາສາກົນ ຫຼື IMF ໄດ້ເຜີຍແຜ່ “ບົດລາຍງານຈ້ອງເບິ່ງເສດຖະກິດໂລກ” ສະບັບຫຼ້າສຸດໂດຍຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດທົ່ວໂລກໃນປີ 2022 ຈະຂະຫຍາຍຕົວ 3,6% ເຊິ່ງໄດ້ປັບຫຼຸດລົງ 0,8% ເມື່ອທຽບໃສ່ຕົວເລກທີ່ໄດ້ຄາດຄະເນໄດ້ໃນເດືອນມັງກອນຜ່ານມານີ້.

IMF ເຫັນວ່າ: ສົງຄາມລະຫວ່າງຣັດເຊຍແລະອູແກຣນ, ບວກກັບໂລກຕາເວັນຕົກໄດ້ໃຊ້ມາດຕະການລົງໂທດຣັດເຊຍ ໄດ້ເຮັດໃຫ້ເກີດມີໄພພິບັດດ້ານມະນຸດສະທຳ, ທັງໄດ້ເຮັດໃຫ້ລາຄາສິນຄ້າລາຍໃຫຍ່ທົ່ວໂລກຖີບຕົວສູງຂຶ້ນ, ໄດ້ເຮັດໃຫ້ຕະຫຼາດແຮງງານ ແລະ ການຄ້າສາກົນເກີດມີຄວາມປັ່ນປ່ວນ ພ້ອມທັງເຮັດໃຫ້ຕະຫຼາດການທະນາຄານທົ່ວໂລກເກີດມີຄວາມປັ່ນປ່ວນເຊັ່ນກັນ. ເພື່ອຮັບມືກັບສະພາບການທີ່ອັດຕາເງິນເຟີ້ເພີ່ມຂຶ້ນ, ຫຼາຍກຸ່ມເສດຖະກິດໃນທົ່ວໂລກໄດ້ຂຶ້ນອັດຕາດອກເບ້ຍ, ສົ່ງຜົນເຮັດໃຫ້ນັກລົງທຶນຕ້ອງປັບຫຼຸດຄວາມສ່ຽງທີ່ຕົນຍອມຮັບໃນການລົງທຶນ, ເງື່ອນໄຂທາງດ້ານການທະນາຄານທົ່ວໂລກກໍເຄັ່ງຄັດກວ່າເກົ່າ. ນອກນີ້, ປະເທດທີ່ມີລາຍໄດ້ຕ່ຳຍັງຂາດວັກຊິນໂຄວິດ-19 ເຊິ່ງອາດຈະເຮັດໃຫ້ເກີດມີການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່.

ຍ້ອນສາເຫດດັ່ງກ່າວ, IMF ໄດ້ປັບຄາດໝາຍການເຕີບໂຕຂອງເສດຖະກິດໂລກໃນປີນີ້ໃຫ້ຕ່ຳລົງຢ່າງຫຼວງຫຼາຍ. ໃນຂະນະດຽວກັນ, ກໍໄດ້ຄາດຄະເນວ່າ: ຈັງຫວະການເຕີບໂຕຂອງເສດຖະກິດທົ່ວໂລກໃນປີ 2023 ຈະຂະຫຍາຍຕົວ 3,6% ເຊິ່ງໄດ້ປັບຫຼຸດລົງ 0,2% ເມື່ອທຽບໃສ່ຕົວເລກທີ່ໄດ້ຄາດໄວ້ກ່ອນໜ້ານີ້.