ແມ່ນ້ຳຂອງທີ່ສະອາດບໍລິສຸດຈະບໍ່ກາຍເປັນ “ນ້ຳເປື້ອນ” ເຖິງວ່າອາເມຣິກາສາດນ້ຳເປື້ອນໃສ່ຈີນກໍຕາມ

2022-04-20 15:51:32 CRI

ເດືອນມີນາປີ 2016, ກອງປະຊຸມສຸດຍອດວ່າດ້ວຍການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຄັ້ງປະຖົມມະເລີກ ໄດ້ຈັດຂຶ້ນຢູ່ນະຄອນຊານຢ້າແຂວງໄຫຫຼຳປະເທດຈີນຢ່າງສຳເລັດຜົນ, ເປັນການໄດ້ລິເລີ່ມກົນໄກຮ່ວມມືລະຫວ່າງ 6 ປະເທດຕາມລ້ອງແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງຢ່າງເປັນທາງການ. ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ໄຫຼຜ່ານ 6 ປະເທດ ກໍຄືກັນກັບສາຍພານແຫ່ງມິດຕະພາບ, ໄດ້ຮັດແໜ້ນການພົວພັນລະຫວ່າງ 6 ປະເທດ. ຈາກນັ້ນມາ 6 ປີ, ການຮ່ວມມືລະຫວ່າງ 6 ປະເທດໄດ້ປະສົບຜົນສຳເລັດເປັນກ້າວໆ ໃນຂົງເຂດການເມືອງ, ເສດຖະກິດ ແລະ ສັງຄົມ, ປະຊາຊົນ 6 ປະເທດດັ່ງກ່າວໄດ້ມີມິດຕະພາບທີ່ດີ ແລະ ໄດ້ດຳລົງຊີວິດຢູ່ມີຄວາມສຸກຢູ່ຕາມແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ສະອາດ.

ແຕ່ວ່າ: ການຮ່ວມມືທີ່ດີງາມຕາມກົນໄກການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງ ພັດເຮັດໃຫ້ປະເທດຕາເວັນຕົກຈຳນວນໜຶ່ງ “ຮູ້ສຶກຢູ່ຍາກ ແລະ ມີຄວາມກັງວົນ”.

ໃນທ້າຍປີ 2020, ໂຄງການ “ຕິດຕາມເຂື່ອນຕ່າງໆຕາມແມ່ນ້ຳຂອງ” ທີ່ ອາເມຣິກາອຸປະຖຳ ໄດ້ສ້າງຕັ້ງຂຶ້ນຢ່າງເປັນທາງການ ແລະ ໄດ້ເລີ່ມປ່າວປະກາດວ່າ: ຈີນໄດ້ສ້າງເຂື່ອນຢູ່ຕາມແມ່ນ້ຳລ້ານຊ້າງຂອງຈີນໄດ້ສ້າງ “ຜົນກະທົບທາງລົບໃຫ້ດ້ານອຸທົກກະສາດ” ໃນເຂດລຸ່ມແມ່ນ້ຳຂອງ.

ປີ 2019, ລະດູຝົນຕາມເຂດລ້ອງແມ່ນ້ຳຂອງມາຊ້າກວ່າ ແລະ ສັ້ນກວ່າຫຼາຍປີຜ່ານມາ, ປະລິມານຝົນຕົກກໍ່ມີໜ້ອຍ ເຮັດໃຫ້ປະເທດລຸ່ມແມ່ນ້ຳຂອງປະສົບໄພແຫ້ງແລ້ງ. ຍ້ອນສາເຫດດັ່ງກ່າວ, ໂຄງການ “ຕິດຕາມເຂື່ອນຕ່າງໆຕາມແມ່ນ້ຳຂອງ” ຈິ່ງໄດ້ປ່າວປະກາດຄຳເວົ້າທີ່ວ່າ: “ໄພຂົ່ມຂູ່ຈາກເຂື່ອນໃຫຍ່ຂອງຈີນ” ໂດຍອ້າງວ່າ: ໄພແຫ້ງແລ້ງທີ່ເກີດຂຶ້ນຢູ່ແມ່ນ້ຳຂອງຕອນລຸ່ມ “ເປັນຍ້ອນວ່າຈີນເກັບກັກນ້ຳໄວ້ຢູ່ອ່າງເກັບນ້ຳຢູ່ຍ່ານເໜືອແມ່ນ້ຳຂອງ”. ແຕ່ທີ່ຈິງແລ້ວ, ໃນປີນັ້ນ, ຈີນກໍປະສົບໄພແຫ້ງແລ້ງທີ່ໜັກໜ່ວງເຊັ່ນກັນ, ແຕ່ຈີນພັດໄດ້ປ່ອຍນ້ຳ 17 ຕື້ແມັດກ້ອນລົງສູ່ຍ່ານໃຕ້ ເພື່ອຊ່ວຍປະເທດຢູ່ຕາມແມ່ນ້ຳຂອງຕອນລຸ່ມຕ້ານກັບໄພແຫ້ງແລ້ງ.

ໂຄງການ “ຕິດຕາມເຂື່ອນຕ່າງໆຕາມແມ່ນ້ຳຂອງ” ຍັງກ່າວວ່າ: ນັບແຕ່ວັນທີ 31 ມັງກອນຫາວັນທີ 6 ກຸມພາຜ່ານມານີ້, ເຂື່ອນຊຽງຮຸ່ງໄດ້ຈຳກັດການໄຫຼຂອງກະແສນ້ຳທີ່ມີຂະໜາດ 144 ກິໂລແມັດກ້ອນ”, ແຕ່ທີ່ຈິງແລ້ວ, 144 ກິໂລແມັດກ້ອນໄດ້ລື່ນກາຍປະລິມານນ້ຳທີ່ເຂື່ອນຊຽງຮຸ່ງກັບກັກແລະສາມາດບັນຈຸໄວ້ໃນອ່າງຊຽງຮຸ່ງໄດ້ນັ້ນຕັ້ງຫຼາຍສິບເທົ່າ, ສະນັ້ນ, ຕາມຄຳເວົ້າທີ່ວ່າ: ເຂື່ອນຊຽງຮຸ່ງຈຳກັດການໄຫຼຂອງກະແສນ້ຳ 144 ກິໂລແມັດກ້ອນ ເປັນເລື່ອງທີ່ເປັນໄປບໍ່ໄດ້ເດັດຂາດ.

ວັນທີ 21 ເມສາປີ 2020, ກອງເລຂາຄະນະກຳມາທິການແມ່ນ້ຳຂອງໄດ້ເຜີຍແຜ່ບົດລາຍງານພາຍໃຕ້ຫົວຂໍ້ “ຮູ້ຈັກສະພາບອຸທົກກະສາດແມ່ນ້ຳຂອງ” ໂດຍລະບຸວ່າ: ຕົວເລກຂໍ້ມູນທີ່ໂຄງການ “ຕິດຕາມເຂື່ອນຕ່າງໆຕາມແມ່ນ້ຳຂອງ” ເຜີຍແຜ່ນັ້ນ ເປັນພຽງແບບຈຳລອງບົນພື້ນຖານຂໍ້ມູນອຸທົກກະສາດແຕ່ປີ 1997 ຫາປີ 2001 ເທົ່ານັ້ນ, ຈະບໍ່ສາມາດສະທ້ອນໃຫ້ເຫັນເຖິງສະພາບອຸທົກກະສາດຕົວຈິງໃນປະຈຸບັນນີ້. ຈຸດປະສົງທີ່ແທ້ຈິງຂອງອາເມຣິກາທີ່ເປີດເຜີຍຕົວເລກຂໍ້ມູນປອມດັ່ງກ່າວ ກໍດັ່ງກັບວ່າ “ສາດນ້ຳເປື້ອນ” ໃສ່ຈີນ ແລະ ຫວັງທຳລາຍການຮ່ວມມືລະຫວ່າງຈີນກັບບັນດາປະເທດລຸ່ມແມ່ນ້ຳຂອງ.

6 ປີຜ່ານມາ, ການຮ່ວມມືແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ຜ່ານຜ່າການທົດສອບຕ່າງໆນາໆ ເຊັ່ນ: ໄພແຫ້ງແລ້ງ, ໄພນ້ຳຖ້ວມ, ການປ່ຽນແປງຂອງດິນຟ້າອາກາດ, ການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ, ໄດ້ດຳເນີນໂຄງການທີ່ສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນສອງຝ່າຍ 500 ກວ່າໂຄງການ ແລະ ກາຍເປັນໂຄງການແບບຢ່າງໃນການຮ່ວມມືແລະໄປມາຫາສູ່ກັນບົນຈິດໃຈມິດຕະພາບລະຫວ່າງປະເທດໃກ້ຄຽງ.

ໃນອະນາຄົດ, ພາຍໃຕ້ຄວາມພະຍາຍາມຮ່ວມຂອງ 6 ປະເທດ, ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງທີ່ສະອາດບໍລິສຸດ ທີ່ປາສະຈາກຜູ້ບໍ່ຫວັງດີ ຍ່ອມຈະສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນຢູ່ພາກພື້ນແຫ່ງນີ້.