ທ່ານສີຈິ້ນຜິງ ເປັນປະທານຈັດກອງປະຊຸມຄະນະກຳມະການເພື່ອລົງເລິກການປະຕິຮູບຮອບດ້ານຂັ້ນສູນກາງຈີນຄັ້ງທີ 25

2022-04-20 12:08:16 cri


ຕອນບ່າຍວັນທີ 19 ເມສານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຈີນ, ປະທານປະເທດຈີນ, ປະທານຄະນະກຳມະການການທະຫານສູນກາງຈີນ, ຫົວໜ້າຄະນະກຳມະການເພື່ອລົງເລິກການປະຕິຮູບຮອບດ້ານຂັ້ນສູນກາງຈີນໄດ້ເປັນປະທານຈັດກອງປະຊຸມຄະນະກຳມະການເພື່ອລົງເລິກການປະຕິຮູບຮອບດ້ານຂັ້ນສູນກາງຈີນຄັ້ງທີ 25.

ທ່ານສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ຄວນປະຕິບັດຍຸດທະສາດການສ້າງຄວາມເຂັ້ມແຂງທາງດ້ານອິນເຕີເນັດຂອງປະເທດຊາດຢ່າງຮອບດ້ານ, ນຳໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການຄຸ້ມຄອງລັດ ແລະ ການບໍລິການຢ່າງກວ້າງຂວາງ, ຊຸກຍູ້ການຫັນເປັນລັດຖະບານດີຈີຕອນ ແລະ ການປະຕິບັດງານແບບອັດສະລິຍະ, ເພື່ອສ້າງຄວາມຮັບປະກັນອັນແຂງແຮງໃຫ້ກັບການຊຸກຍູ້ການຫັນເປັນທັນສະໄໝຂອງລະບົບການປົກຄອງປະເທດ ແລະ ຄວາມສາມາດໃນການປົກຄອງປະເທດ.