ຢູ່ເທິງກຳປັ່ນໃຫຍ່ທີ່ຮ່ວມຊາຕາກຳ ເຈດຕະນາທີ່ຢາກຖິ້ມຜູ້ໃດຜູ້ໜຶ່ງລົງທະເລນັ້ນແມ່ນສິ່ງທີ່ບໍ່ສາມາດຍອມຮັບໄດ້

2022-04-21 18:47:46 cri


ຕອນເຊົ້າວັນທີ 21 ເມສາ 2022, ພິທີເປີດກອງປະຊຸມປະຈຳປີ 2022 ຂອງເວທີປຶກສາຫາລືອາຊີໂປອາວໄດ້ຈັດຂຶ້ນຢູ່ນະຄອນໂປອາວແຂວງໄຫຫຼຳຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາຖະກະຖາທີ່ມີຫົວຂໍ້ວ່າ “ເກາະແຂນກັນຕ້ອນຮັບສິ່ງທ້າທາຍ, ຮ່ວມມືກັນສ້າງອະນາຄົດ” ຜ່ານທາງວີດີໂອ.


ທ່ານສີຈິ້ນຜິງກ່າວວ່າ: “ບັນດາປະເທດໃນໂລກລ້ວນແຕ່ຢູ່ເທິງກຳປັ່ນໃຫຍ່ທີ່ຮ່ວມຊາຕາກຳ, ຈະຜ່ານຜ່າ ກະແສຄື້ນທີ່ຮ້າຍແຮງ ແລະກ້າວເດີນໄປສູ່ອະນາຄົດທີ່ສະຫວ່າງສະໄຫວ, ຕ້ອງຮ່ວມທຸກຮ່ວມສຸກ ຊ່ວຍເຫຼືອເຊິ່ງກັນແລະກັນ, ເຈດຕະນາທີ່ຢາກຖິ້ມຜູ້ໃດຜູ້ໜຶ່ງລົງທະເລນັ້ນແມ່ນສິ່ງທີ່ບໍ່ສາມາດຍອມຮັບໄດ້. ເມື່ອພັດທະນາມາຮອດປັດຈຸບັນນີ້, ປະຊາຄົມໂລກໄດ້ກາຍເປັນເຄື່ອງຈັກທີ່ສັບສົນປານີດ ແລະເປັນເອກະພາບດ້ານກາຍອິນຊີ, ຖ້າມ້າງອາໄຫຼ່ພາກສ່ວນໃດໜຶ່ງກໍຈະເຮັດໃຫ້ການໝູນວຽນຂອງເຄື່ອງຈັກທັງໝົດປະເຊີນກັບຄວາມຫຍຸ້ງຍາກລຳບາກ, ຜູ້ທີ່ຖືກມ້າງໄປນັ້ນຈະໄດ້ຮັບຜົນເສຍຫາຍ, ສຳລັບຜູ້ທີ່ມ້າງອາໄຫຼ່ນັ້ນກໍຈະໄດ້ຮັບຜົນເສຍຫາຍເຊັ່ນກັນ.”