ຈີນເປັນຜູ້ຊຸກຍູ້ການເຊັນສັນຍາ ແລະການເຮັດໃຫ້ສັນຍາ RCEP ມີຜົນບັງຄັບໃຊ້ ທັງເປັນຜູ້ປະຕິບັດສັນຍາ RCEP ຢ່າງມີປະສິດທິຜົນສູງ

2022-04-21 11:20:35 cri

ວັນທີ 20 ເມສານີ້, ໃນກອງປະຊຸມຖະແຫຼງຂ່າວທີ່ຈັດຂຶ້ນຢູ່ກະຊວງການຕ່າງປະເທດ ສປ ຈີນ, ມີນັກຂ່າວຖາມວ່າ: ຕາມສະຖິຕິຈາກອົງການພາສີແຫ່ງຊາດຈີນ, ໃນໄຕມາດທີ 1 ຂອງປີນີ້, ຍອດມູນຄ່າການນຳເຂົ້າ ແລະສົ່ງອອກລະຫວ່າງຈີນກັບອີກ 14 ປະເທດຂອງສັນຍາການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP ໄດ້ເພີ່ມຂຶ້ນ 6,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍນີ້. ໃນໄຕມາດດັ່ງກ່າວ, ການນຳເຂົ້າ ແລະການສົ່ງອອກລະຫວ່າງຈີນກັບຫຼາຍປະເທດໃນສັນຍາ RCEP ໄດ້ເພີ່ມຂຶ້ນຢ່າງວ່ອງໄວ. ຈີນມີຄວາມເຫັນແນວໃດຕໍ່ກັບເລື່ອງນີ້?

ທ່ານຫວ່າງເວີນປິ່ນກ່າວວ່າ: ຈີນເປັນຜູ້ຊຸກຍູ້ການເຊັນສັນຍາ ແລະການເຮັດໃຫ້ສັນຍາ RCEP ມີຜົນບັງຄັບໃຊ້, ທັງເປັນຜູ້ປະຕິບັດສັນຍາ RCEP ຢ່າງມີປະສິດທິຜົນສູງ. ນັບແຕ່ສັນຍາມີຜົນບັງຄັບໃຊ້ເປັນເວລາ 3 ເດືອນມານີ້, ສັນຍາ RCEP ໄດ້ເສີມຂະຫຍາຍບົດບາດອັນແທ້ຈິງໃນການຊຸກຍູ້ການຟື້ນຟູເສດຖະກິດ ແລະຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງປະເທດໃນພາກພື້ນນີ້ ກໍຄືການປົກປ້ອງສັນຕິພາບ ແລະຄວາມໝັ້ນຄົງຂອງພາກພື້ນນີ້.

ໃນບາດກ້າວຕໍ່ໜ້າ, ຈີນຈະຮ່ວມກັບຝ່າຍຕ່າງໆ, ຮ່ວມກັນຊຸກຍູ້ການປະຕິບັດສັນຍາ RCEP ໃຫ້ມີລະດັບສູງຂຶ້ນ, ປະກອບສ່ວນອັນໃໝ່ເຂົ້າໃນການຊຸກຍູ້ເສດຖະກິດໂລກໃຫ້ມີການພັດທະນາທີ່ເຂັ້ມແຂງ, ດຸນດ່ຽງ, ມີຄວາມຍືນຍົງ ແລະກວມລວມ.