ທ່ານສີຈິ້ນຜິງກ່າວວ່າ:ຍິ່ງແມ່ນໃນໄລຍະທີ່ມີຄວາມຫຍຸ້ງຍາກ,ຍິ່ງຕ້ອງມີຄວາມ ໝັ້ນໃຈຢ່າງເດັດດ່ຽວ

2022-04-21 15:33:02 cri


       ຕອນເຊົ້າວັນທີ 21 ເມສາປີ2022, ພິທີໄຂກອງປະຊຸມເວທີປຶກສາຫາລືອາຊີ ໂປອາວປະຈຳປີ 2022 ໄດ້ຂັດຂຶ້ນຢູ່່ນະຄອນໂປອາວແຂວງໄຫຫຼຳ ສປ ຈີນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາຖະກະຖາສຳຄັນທີ່ມີຫົວຂໍ້ ວ່າ“ເກາະແຂນກັນຕ້ອນຮັບສິ່ງທ້າທາຍ,ຮ່ວມມືກັນສ້າງອະນາຄົດ”ດ້ວຍຮູບແບບວີດີໂອ.


       ທ່ານສີຈິ້ນຜິງກ່າວວ່າ: “ ‘ບໍ່ວ່າຢູ່ໃນໄລຍະສະຫງົບປອດໄພຫຼືໃນໄລຍະຄວາມອັນຕະລາຍກໍ່ບໍ່ປ່ຽນແປງອຸດົມການ.’ ປະຫວັດສາດຂອງມວນມະນຸດໄດ້ ບອກໃຫ້ພວກເຮົາຮູ້ວ່າ,ຍິ່ງແມ່ນໃນໄລຍະທີ່ມີຄວາມຫຍຸ້ງຍາກ,ຍິ່ງຕ້ອງມີຄວາມໝັ້ນໃຈຢ່າງເດັດດ່ຽວ.ມີຄວາມຂັດແຍ້ງແມ່ນບໍ່ເປັນຕາຢ້ານ,ຄວາມຂັດແຍ້ງຊຸກຍູ້ ໃຫ້ສັງຄົມມະນຸດມີຄວາມກ້າວໜ້າ.ຄວາມລຳບາກຍາກເຂັນໃດໆກໍ່ບໍ່ສາມາດສະ ກັດກັ້ນລໍ້ລົດຂອງປະຫວັດສາດບໍ່ໃຫ້ກ້າວໄປທາງໜ້າໄດ້.ໂດຍຢືນຢູ່ຕໍ່ໜ້າການທ້າ ທາຍຕ່າງໆນາໆ,ພວກເຮົາເດັດຂາດບໍ່ສາມາດສູນເສຍຄວາມໝັ້ນໃຈແລະລັ່ງເລທໍ້ຖອຍ,ແຕ່ແມ່ນຕ້ອງມີຄວາມໝັ້ນໃຈຢ່າງເດັດດ່ຽວແລະກ້າວໄປທາງໜ້າຢ່າງກ້າ ຫານ.”